ນັກຊົກຈີນ ພິກລັອກເອົາຊະນະ ຈອຍ ໄດ້ສິດເຂົ້າຊີງແຊ໊ມ ມວຍໂລກ ຮຸ່ນໃຫຍ່

ເກີດຄວາມພິກລັອກວົງການມວຍໂລກ ຮຸ່ນໃຫຍ່ ຈາກ ຊື ເຫລີຍ ນັກຊົກຈາກ ສປ ຈີນ ຊະນະນ໊ອກ ໂຈ ຈອຍ ນັກຊົກຊາວອັງກິດໃນຍົກທີ 6 ຄວ້າແຊ໊ມໂລກສະເພາະການ ຮຸ່ນເຮບວີເວດ ອົງການມວຍໂລກ WBO ໄປຄອງໃນການຊົກທີ່ນະຄອນຫລວງລອນດອນ ປະເທດອັງກິດ.
ຈາກໄຊຊະນະນັດນີ້ ເຮັດໃຫ້ ນັກຊົກຈາກ ສປ ຈີນ ອາຍຸ 39 ປີ ໄດ້ສິດໄປຊີງແຊ໊ມໂລກກັບ ໂອເລັກຊານເດີ ອູຊິກ ນັກຊົກຊາວ ຢູເຄຣນ ເຈົ້າຂອງແຊ໊ມໂລກຮຸ່ນ ເຮຟວີເວດ 4 ສະຖາບັນ.
ໂດຍນັກຊົກຊາວຈີນ ໄດ້ເປີດເຜີຍວ່າ : “ ມື້ນີ້ມັນເປັນມື້ຂອງຂ້ອຍ ແລະ ເປັນຂອງຊາວຈີນທຸກໆຄົນທີ່ສະໜັບສະໜູນຂ້ອຍ ຂ້ອຍອາຍຸ 39 ປີແລ້ວ ແຕ່ຂ້ອຍຍັງຄົງຕັ້ງໜ້າຕັ້ງຕາຝຶກຊ້ອມ ກ້າວຕໍ່ໄປຄືແຊ໊ມໂລກ ”.
ສ່ວນທາງດ້ານ ຈອນ ນັກຊົກດີກຣີແຊ໊ມຫລຽນເງິນ ໂອລິມປິກ 2016 ເຊິ່ງເສຍເປັນຄັ້ງທຳອິດໃນການຊົກອາຊີບຍອມຮັບວ່າ : “ ຂ້ອຍຜິດຫວັງກັບຜົນງານການຊົກຂອງຕົນເອງຫລາຍ ຕ້ອງຍົກໃຫ້ ຈາງ ທີ່ຊົກໄດ້ດີ ລາວດີກວ່າຂ້ອຍຫລາຍ ຂ້ອຍບໍ່ໄດ້ສູ້ກັບນັກມວຍຮູບແບບການຊົກແບບນີ້ ມາດົນແລ້ວ ລາວເປັນນັກສູ້ທີ່ເກ່ັງ ຂ້ອຍຈະກັບມາໃຫ້ໄດ້ ການເດີນທາງຂອງຂ້ອຍຍັງບໍ່ຈົບລົງ ”.

