ອັນໂຕນີ ບໍ່ສົນສຽງວິຈານ ຢືນຢັນຈະບໍ່ຢຸດສະແດງທັກສະແນ່ນອນ

ອັນໂຕນີ ປີກຈອມລີລາ ຂອງແມນເຊສເຕີ ຢູໄນເຕັດ ບໍ່ສົນສຽງວິຈານ ປະກາດຢືນຢັນຈະບໍ່ຢຸດສະແດງທັກສະບານເຕະຮູບແບບ ບຣາຊິລແນ່ນອນ ເຖິງຈະຖືກວິຈານກໍຕາມ ຫລັງສະແດງລີລາຫມູນຕົວ 720 ອົງສາໃນເກມຢູໂຣປາ ລີກ ກໍຕາມ.
ອັນໂຕນີ ຮຽກສຽງຮືຮາຈາກແຟນບານໃນສະໜາມ ໂອນ ແທຣ໊ຟຟອດ ດ້ວຍການສະແດງທັກສະຫມູນຕົວ 720 ອົງສາ ໃນເກມຢູໂຣປາ ລີກ ນັດທີ່ ແມນຢູ ເປີດສະໜາມເອົາຊະນະ ເຊີຣິຟ ຈາກມອລໂດວາ ຂາດລອຍ 3-0 ເມື່ອວັນພະຫັດທີ່ຜ່ານມາ.
ຖືກເຫລົ່າຄອມເມັນ ໂດຍສະເພາະ ພອລ ສະໂຄລ ຕຳນານກອງກາງແມນຢູ ວິຈານວ່າ ສິ່ງທີ່ລາວເຮັດໃນສະໜາມບໍ່ແມ່ນ ທັກສະບານເຕະ ຫລື ການສ້າງຄວາມບັນເທີງ ແຕ່ມັນຄືຕົວຕະຫລົກຫລາຍກວ່າ.
ແນວໃດກໍຕາມ ດາວເຕະທີມຊາດບຣາຊິລ ບໍ່ໄດ້ຮູ້ສຶກກະທົບກະເທືອນແຕ່ຢ່າງໃດ ແລະ ຢືນຢັນຜ່ານອິນສະຕາແກຣມສ່ວນ ຕົວອີກວ່າ ຈະບໍ່ຢຸດສະແດງແນ່ນອນ ໂດຍລະບຸວ່າ : “ ຂ້ອຍເປັນທີ່ຮູ້ຈັກຈາກສິລປະຂອງເຮົາ ແລະ ຂ້ອຍກໍຈະບໍ່ຢຸດເຮັດໃນສິ່ງ ທີ່ເຮັດໃຫ້ຂ້ອຍມາໄກເຖິງຈຸດນີ້ແນ່ນອນ ”.

