ລີເວີພູລ ຮື້ແຜນຄວ້າ ອໍເຣລຽງ ຊູອາເມນີ ຍົກລະດັບກອງກາງ

ສື່ສະເປນເປີດເຜີຍວ່າ ລີເວີພູລ ຊີ້ເປົ້າໃນການຫວນຄືນແຜນເຊັນສັນຍາກັບ ອໍເຣລຽງ ຊູອາເມນີ ກອງກາງ ຣຽວ ມາດຣິດ ມາຮ່ວມທີມໃນຕະຫລາດລະດູການນີ້.

ສຳລັບ ຊູອາເມນີ ເຄີຍເປັນເປົ້າຫມາຍເສີມທີມຂອງ ລີເວີພູລ ໃນໄລຍະຕະຫລາດລະດູການຜ່ານມາ ແລະເລື່ອງດັ່ງກ່າວນັກເຕະເປັນຄົນຢືນຢັນເອງ ກ່ອນສຸດທ້າຍລາວຈະຍ້າຍໄປຢູ່ກັບ ຣຽວ ມາດຣິດ ດ້ວຍຄ່າຕົວ 100 ລ້ານຢູໂຣ.

ເຖິງແນວໃດກໍຕາມເສັ້ນທາງນັກເຕະຂອງດາວເຕະອາຍຸ 23 ປີກັບ ຣຽວ ມາດຣິດ ໃນລະດູການທຳອິດບໍ່ຄ່ອຍດີ ເນື່ອງຈາກລາວບໍ່ແມ່ນຕົວເລືອກໃນການລົງສະໜາມ ແລະ ຕ້ອງໃຊ້ເວລາສ່ວນຫລາຍຢູ່ໃນຕັ່ງນັ່ງສຳຮອງ.

ຈົນຫລ້າສຸດ El National ສື່ໃນສະເປນລະບຸວ່າ : ເຈີເກັນ ຄລອບ ທີ່ມີແຜນຈະຜ່າຕັດກອງກາງໃນລະດູການນີ້ ໄດ້ຮື້ຟື້ນແຜນໃນການດຶງຕົວ ຊູອາເມນີ ມາເສີມທີມ ແລະ ຍິນດີທີ່ຈະຍື່ນຂໍ້ສະເໜີເພື່ອເຊັນສັນຍານັກເຕະທີມຊາດຝຣັ່ງລາຍນີ້.