ວິເຄາະບານໂລກ: ຣັດເຊຍ ພົບ ຊາອຸດິອາຣະເບຍ

ປຽບທຽບຄວາມພ້ອມຂອງທີມ:

ຣັດເຊຍ: ສຕານິສລາຟ ເຊີເຊຊອຟ ໂຄ໊ສທີມຊາດຣັດເຊຍ ເຈົ້າພາບບານໂລກ 2018 ພາທີມສະເໝີ ຕຸຣກີ 1-1 ໃນເກມອຸ່ນເຄື່ອງຫລ້າສຸດ ເຮັດໃຫ້ບໍ່ຊະນະມາ 7 ເກມແລ້ວ ໂດຍໄຊຊະນະຄັ້ງຫລ້າສຸດຂອງພວກເຂົາຕ້ອງຢ້ອນໄປໄກໃນເດືອນຕຸລາ 2017 ທີ່ຖະຫລົ່ມ ສ ເກົາຫລີ 4-2. ສະພາບທີມຫລ້າສຸດສຳລັບນັດເປີດສະໜາມ ເຊີເຊຊອຟ ບໍ່ມີບັນຫາຫຍັງລົບກວນ. ຢູຣິ ເຊີຄອຟ ມິດຟິລຄົນເກັ່ງທີ່ມີອາການບາດເຈັບຕີນລົບກວນເລັກໜ້ອຍ ແຂງແຮງສົມບູນພ້ອມເປັນຕົວເລືອກແລ້ວ, ສ່ວນຂອງການຈັດຕຳແໜ່ງອາດເປັນລະບົບຫລັງຕໍ່າຫລາຍກວ່າ. ຕຳແໜ່ງປີກຂວາຕ້ອງເລືອກລະຫວ່າງ ມາຣິໂອ ແຟຣ໌ນັນເດລ ແລະ ອິກໍຣ໌ ສໂມລນິຄອຟ ແຕ່ ແຟຣ໌ນັນເດລ ອາດຈະໄດ້ໂອກາດກ່ອນ. ຣັດເຊຍ ຈະລົງສະໜາມໃນລະບົບ 4-1-4-1 ໂດຍມີ ອິກໍຣ໌ ອຄິນເຟເຢຟ ກັບຕັນທີມລົງຮັກສາປະຕູ, ແນວຮັບປະກອບມີ ມາຣິໂອ ແຟຣ໌ນັນເດສ, ວະລາດິເມຍ ກຣານັດ, ເຊີເກ ອິກນາເຊວິຊ ແລະ ຟີໂອດໍຣ໌ ຄູເດີຢາຊອຟ. ກອງກາງມີ ໂຣນັນ ໂຊບິນ ຈະຮັບໜ້າທີ່ຕົວຕັດເກມ ໂດຍມີ ອາເລັກຊານເດີ ຊາເມດອຟ, ອາເລັກຊານເດີ ໂກໂລວິນ, ດາເລີຣ໌ ຄູຊາເຢຟ ແລະ ຢູຣິ ເຊີຣ໌ຄອຟ ເຮັດໃຫ້ເກມລຸກສະໜັບສະໜູນຊ່ວຍ ຟີໂອດໍຣ໌ ສໂມລອຟ ຫົວຫອກຕົວເປົ້າ.
ຊາອຸດິອາຣະເບຍ: ຮວນ ອັນໂຕນິໂອ ປິຊຊີ ໂຄ໊ສຊາວອາເຈນຕິນາ ຂອງທີມຊາດຊາອຸດິອາຣະເບຍ ພາທີມເສຍໃຫ້ ເຢຍລະມັນ 1-2 ໃນເກມອຸ່ນເຄື່ອງຫລ້າສຸດ ເປັນການເສຍ 3 ນັດຕິດຕໍ່ກັນ. ສະພາບທີມສຳລັບນັດເປີດສະໜາມເກມນີ້ ປິຊຊີ ບໍ່ມີບັນຫາໃດໆລົບກວນ ພ້ອມຈັດທີມຊຸດທີ່ດີທີ່ສຸດລົງລຸຍກັບເຈົ້າພາບ ໂດຍຕ້ອງຝາກຄວາມຫວັງໃນເກມບຸກໄວ້ທີ່ ຊາເລັມ ອັລ-ດໍຊາຣີ ແລະ ຟາຮັດ ອັລ-ມູວັລລັດ 2 ນັກເຕະຄວາມໄວສູງ ທີ່ມີປະສົບການເຕະໃນ ລາລີກາ ສະເປນ ກັບ ບີຢາເຣອັລ ແລະ ເລບັນເຕ້ ຕາມລຳດັບ. ຊາອຸດິອາຣະເບຍ ຈະລົງສະໜາມໃນລະບົບ 4-2-3-1 ໂດຍມີ ອັບດຸລລາ ອັລ-ມາຢຸຟ ລົງເຝົ້າເສົາ, ແນວຮັບປະກອບມີ ໂມຮຳເໝັດ ອັລ-ເບຣອິກ, ໂອມາຣ໌ ຮໍຊາວີ, ໂອຊາມາ ຮໍຊາວີ ແລະ ຍາສເຊີ ອັລ-ຊາຣານີ, ແດນກາງ ຊັລມານ ອັລ-ຟາຣາ ຈະຄຸມເກມຮ່ວມກັບ ອັບດຸລລາ ໂອຕາຟ, ສ່ວນ ຊາເລັມ ອັລ-ດໍຊາຣີ, ໄທເຊຍ ອັລ-ຈາສຊິມ ແລະ ຍາຍ່າ ອັລ-ເຊຣີ ຈະເຮັດເກມລຸກຂ້າງຫລັງ, ຟາຮັດ ອັລ-ມູວັລລັດ ທີ່ຮັບບົດຫອກເປົ້າ.
ລາຍຊື່ຜູ້ຫລິ້ນທີ່ຄາດວ່າຈະລົງສະໜາມ:
ຣັດເຊຍ: ໂຄ໊ສ ອາກິນເຟເຍຟ ອິກໍຣ໌, ກາບູລອຟ ວະລາດິເມຍ, ສໂມລອຟ ຟີໂຍດໍຣ໌, ຄຸດເຣຍຊອຟ ເຟເດີຣ໌, ອິກນາເຊວິຊ ເຊີຣ໌ເກຍ໌, ເຟຣ໌ນານເດຊ ມາຣິໂອ, ຊີຣ໌ຄອຟ ຍູຣິ, ຄູເຊຍເຍຟ ດາເລີຣ໌, ຊອບນິນ ໂຣມັນ, ຊາເມດອຟ ອາເລັກຊານເດີຣ໌, ເອໂຣຄິນ ອາເລັກຊານເດີຣ໌.
ຊາອຸດິອາຣະເບຍ: ໂຄ໊ສ ອັລ-ມາຍູຟ ອັບດຸລລາ, ຮາວຊາວີ ໂອຊາມ່າ, ຮາວຊາວີ ໂອມາຣ໌, ອັລ-ເບຣອິກ ໂມຮຳເໝັດ, ອັລ-ຊາຣານີ ຍາສເຊີຣ໌, ອັລ-ຟາຣາຈ ຊັລມານ, ອັລ-ເຊຣີ ຍາຍ່າ, ໂອເຕຟ ອັບດຸລລາ, ອັລ-ຍາສຊິມ ໄຕເຊຍ, ອັລ-ດາວຊາຣີ ຊາເລັມ, ອັລ-ມູວັລລາດ ຟາຮັດ.
ຄວາມໄດ້ປຽບໃນເກມ: ນັດເປີດສະໜາມບານໂລກ 2018 ເປັນການພົບກັນ ລະຫວ່າງ ຣັດເຊຍ ເຈົ້າພາບ ແລະ ຊາອຸດິອາຣະເບຍ ຕົວແທນຈາກເອເຊຍ ເຖິງວ່າທີມຣັດເຊຍ ຈະມີຜົນງານໃນນັດອຸ່ນເຄື່ອງບໍ່ຄ່ອຍດີ ແຕ່ພວກເຂົາກໍໄດ້ປຽບແນ່ນອນໃນຖານະເຈົ້າຂອງບ້ານ ບວກກັບແຮງເຊຍຈາກແຟນໆ. ຂະນະທີ່ ຊາອຸດິອາຣະເບຍ ມາຮອບນີ້ແບບບໍ່ມີນັກເຕະລະດັບໂດ່ງດັງທີ່ສາມາດຝາກຄວາມຫວັງໄດ້ ຕ້ອງອາໄສການຫລິ້ນເກມຮັບແລ້ວລໍຖ້າໂຕ້ກັບ ທຽບປະສິດທິພາບແລ້ວຍັງເປັນຮອງເຈົ້າພາບ ເຊື່ອວ່າບໍ່ອາດຈະມີການພິກລ໋ອກໃນນັດເປີດສະໜາມສຳລັບບານໂລກຄັ້ງນີ້.

