ອິດສະລາແອນໂຈມຕີທາງອາກາດຖະຫລົ່ມກຸ່ມຮາມັດ ແລະ ກາຊາ ຕອບໂຕ້ຖືກລະດົມຍິງຈະຫລວດຂ້າມຊາຍແດນ

ກອງທັບອິດສະລາແອນສົ່ງເຮືອບິນຮົບປະຕິບັດການໂຈມຕີທາງອາກາດຖະຫລົ່ມເປົ້າໝາຍທີ່ເປັນຂອງກຸ່ມຕິດອາວຸດຮາມັດ ທັງຢູ່ພື້ນທີ່ຕອນໃຕ້ຂອງເລບານອນ ແລະ ເຂດກາຊາ ໂດຍລະບຸສາເຫດການໂຈມຕີ ເພື່ອຕອບໂຕ້ການຍິງຈະຫລວດ 34 ລູກ ຂ້າມຊາຍແດນຈາກເລບານອນເຂົ້າສູ່ພື້ນທີ່ຕອນເໜືອຂອງອິດສະລາແອນ ໃນວັນທີ 6 ເມສາ ເຊິ່ງອິດສະລາແອນກ່າວໂທດວ່າເປັນຝີມືຂອງກຸ່ມຮາມັດ.
ໂດຍກອງກໍາລັງປ້ອງກັນປະເທດອິດສະລາແອນ (IDF) ກ່າວວ່າ: ເຮືອບິນຮົບຂອງພວກເຂົາໄດ້ໂຈມຕີໂຄງລ່າງພື້ນຖານຂອງຜູ້ກໍ່ການຮ້າຍທີ່ເປັນຂອງຮາມັດໃນເລບານອນ.
ສ່ວນກຸ່ມຮາມັດບໍ່ໄດ້ຍອມຮັບວ່າເປັນຜູ້ລົງມືຍິງຈະຫລວດໃສ່ອິດສະລາແອນ ເຊິ່ງຖືເປັນການໂຈມຕີຄັ້ງໃຫຍ່ທີ່ສຸດທີ່ເກີດຂຶ້ນໃນຮອບ 34 ປີ. ຂະນະທີ່ປະນາມຢ່າງຮຸນແຮງຕໍ່ການຮຸກຮານຂອງໄຊອໍນິສຕໍ່ເລບານອນ ຢູ່ບໍລິເວນໃກ້ຄຽງເມືອງໄທຣ.
ທັງນີ້, ກຸ່ມຕິດອາວຸດໃນກາຊາໄດ້ຕອບໂຕ້ການໂຈມຕີຂອງອິດສະລາແອນດ້ວຍການຍິງຈະຫລວດຢ່າງໜ້ອຍ 44 ລູກໃສ່ຊາຍແດນຕອນໃຕ້ຂອງອິດສະລາແອນ, ແຕ່ສ່ວນຫລາຍຖືກລະບົບປ້ອງກັນ Iron Dome ສະກັດໄວ້ໄດ້ ໂດຍມີບາງສ່ວນຕົກລົງໃນພື້ນທີ່ເປີດ ແລະ ມີເຮືອນຢ່າງໜ້ອຍ 1 ຫລັງຖືກຈະຫລວດຕົກໃສ່.
ສະຖານະການເຄັ່ງຕຶງດັ່ງກ່າວເກີດຂຶ້ນພາຍຫລັງເກີດເຫດຕໍາຫລວດອິດສະລາແອນເອົາກໍາລັງບຸກເຂົ້າໄປພາຍໃນມັດສະຢິດສັກສິດອັລອັກຊໍໃນນະຄອນເຢຣູຊາເລັມ ໃນຕົ້ນອາທິດຜ່ານມາ ເພື່ອຕາມຫາຜູ້ກໍ່ເຫດວຸ້ນວາຍທີ່ຫລົບໜີເຂົ້າໄປພາຍໃນມັດສະຢິດ ໂດຍການນໍາເອົາກໍາລັງຕໍາຫລວດບຸກເຂົ້າໄປ ກໍ່ໃຫ້ເກີດການຜະເຊີນໜ້າ ແລະ ຄວາມບໍ່ພໍໃຈຢ່າງຮຸນແຮງຈາກບັນດາຊາວມຸດສະລິມປາແລັສຕິນທີ່ຢູ່ພາຍໃນ.
ນອກຈາກນີ້, ພາຍຫລັງການໂຈມຕີທາງອາກາດຂອງອິດສະລາແອນຫລາຍຊົ່ວໂມງ ມີລາຍງານເຫດກວາດຍິງເກີດຂຶ້ນໃກ້ພື້ນທີ່ນິຄົມຂອງອິດສະລາແອນໃນເຂດເວສແບງ ສົ່ງຜົນໃຫ້ແມ່ຍິງຊາວອິດສະລາແອນ 2 ຄົນເຊິ່ງເປັນພີ່ນ້ອງກັນເສຍຊີວິດ ແລະ ມານດາໄດ້ຮັບບາດເຈັບສາຫັດ.
ອ້າງອີງ:

