ສະຫະລັດອາເມລິກາ ມີຜູ້ເສຍຊີວິດຈາກໄຂ້ຫວັດໃຫຍ່ແລ້ວ 19.000 ຄົນ

ສຳນັກຂ່າວຊິນຮວາລາຍງານ: ຂໍ້ມູນຫລ້າສຸດ ຂອງສູນຄວບຄຸມ ແລະ ປ້ອງກັນ ພະຍາດ ແຫ່ງສະຫະລັດອາເມລິກາ ເປີດເຜີຍວ່າ: ສະຫະລັດອາເມລິກາ ມີຜູ້ຕິດເຊື້ອພະຍາດໄຂ້ຫວັດໃຫຍ່ ໃນລະດູການແພ່ລະບາດ ໃນປັດຈຸບັນ ຢ່າງໜ້ອຍ 26 ລ້ານຄົນ, ເຂົ້າຮັບ ການປິ່ນປົວ ຢູ່ໂຮງໝໍ 290.000 ຄົນ ແລະ ເສຍຊີວິດແລ້ວ 19.000 ຄົນ. ໃນນີ້ ເປັນເດັກນ້ອຍ 143 ຄົນ. ດັ່ງນັ້ນ ທາງໜ່ວຍງານ ທີ່ກ່ຽວຂ້ອງ ແນະນຳໃຫ້ປະຊາຊົນທຸກຄົນທີ່ມີອາຍຸ ຕັ້ງແຕ່ 6 ເດືອນຂຶ້ນໄປ ເຂົ້າຮັບວັກຊິນປ້ອງກັນໄຂ້ຫວັດໃຫຍ່ ປະຈຳປີ ຈົນກວ່າ ການແພ່ລະບາດຈະໝົດໄປ. ນອກນີ້ ຍັງສາມາດໃຊ້ຢາ ຕ້ານເຊຶ້ຶ້ອພະຍາດໄຂ້ຫວັດໃຫຍ່ໄດ້ ຕາມໃບສັ່ງແພດ ທີ່ຕ້ອງໃຊ້ ໃຫ້ໄວທີ່ສຸດ ຕັ້ງແຕ່ເລີ່ມມີການສະແດງ ອາການ.

