ທັອດແນມ ຮັອດສະເປີ ປະກາດ ແຍກທາງກັບ ຄອນເຕ້ ຢ່າງເປັນທາງການ

ທັອດແນມ ຮັອດສະເປີ ທີມດັງຂອງ ພຣີເມຍລີກອັງກິດ ປະກາດວ່າໄດ້ແຍກທາງກັບ ອັນໂຕນິໂອ ຄອນເຕ້ ເປັນທີ່ຮຽບຮ້ອຍແລ້ວດ້ວຍຄວາມຍິນຍອມຂອງທັງສອງຝ່າຍ.

ຄູຝຶກສອນຊາວອິຕາລີ ອອກມາຕຳໜິຕິຕຽນສະໂມສອນ ແລະ ນັກເຕະຢ່າງດຸເດືອດ ກ່ອນທີ່ຈະພັກເບກທີມຊາດ. ຂະນະ​ທີ່​ຜົນງານ​ຂອງ​ທີມກໍ່​ໝົດລຸ້ນແຊ້ມໃນ​ທຸກ​ລາຍການໃນ​ລະດູ​ການ​ນີ້. ​ເຮັດ​ໃຫ້​ໄກ່​ເດືອຍ​ທອງຕັດສິນໃຈແຍກທາງ​ກັບ​ລາວ​ໃນ​ທີ່​ສຸດ.