ເຮືອໃບສີຟ້າ ແມນເຊັດເຕີ້ ຊິຕີ້ ຕົກຢູ່ໃນສະພາບການວິກິດ ຫຼັງຈາກຖືກ (UEFA) ສັ່ງຫ້າມລົງແຂ່ງຂັນບານເຕະຢູຟ້າແຊ້ມປ້ຽນລີກ 2 ລະດູການ

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ:
ເຮືອໃບສີຟ້າ ແມນເຊັດເຕີ້ ຊິຕີ້ ທີມດັງໃນພຣີເມຍລີກອັງກິດ ຕົກຢູ່ໃນວິກິດການຫຼັງຈາກຖືກຢູຟ້າ
(UEFA)
ສັ່ງຫ້າມລົງແຂ່ງຂັນບານເຕະຢູຟາແຊ້ມປ້ຽນລີກ 2
ລະດູການໂດຍຈະມີຜົນບັງຄັັບຕັ້ງແຕ່ລະດູການ 2020/21 ແລະ 2021/21 ພ້ອມຍັງຈະຖືກປັບເງິນ
30 ລ້ານເອີໂຣ ເນື່ອງຈາກວ່າ ສະໂມສອນແມນເຊັດເຕີ ຊິຕີ້ ໄດ້ກະທຳຄວາມຜິດເລື່ອງກົດການເງິນ

ຫຼ້າສຸດ ເປັບ ກວາດິໂອລາ ຜູ້ຈັດການທີມເຮືອໃບສີຟ້າ ແລະ ອີກ 4 ນັກເຕະຊຸບເປີ້ສະຕາຂອງທີມເຊັ່ນ: ເຊຄິໂອ ອະເກວໂຣ,ຣາຮິມ ສະເຕີລິງ,ເຄວິນ ເດິບອຍ ແລະ ລາລອຍ ຊາເນ ກຳລັງຕົກເປັນຂ່າວວ່າພວກເຂົານັ້ນອາດຕັດສິນໃຈອຳລາທີມເພື່ອຍ້າຍໄປສະໂມສອນໃໝ່

ພ້ອມນີ້ສຳຫຼັບໂຄຕ້າບານເຕະ (UEFA) ຂອງອັງກິດຕ້ອງຕົກໄປເຖີງມືທີມທີ່ລຸ້ນພື້ນທີ່ຈະໄປເລ່ນໃນລາຍການດັ່ງກ່າວບໍ່ວ່າຈະເປັນອັນດັບທີ່ 5 ລວມໄປເຖີງ 6 ແລະ 7 ສຳຫຼັບ ຢູໂຣປ້າລີກອິກດ້ວຍ

