ປັດຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ 95% ຂອງຈໍານວນຄົວເຮືອນທັງໝົດ ທົ່ວປະເທດ

ວັນທີ 10 ມີນາ 2023 ຜ່ານມາ, ທີ່ ລັດວິສາຫະກິດ ໄດ້ຈັດກອງປະຊຸມກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໂດຍການເປັນ ປະທານຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ມີພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.
ທ່ານ ໂພໄຊ ໄຊຍະສອນກ່າວວ່າ: ການຮ່ວມກັນປະຊຸມຄັ້ງນີ້ແມ່ນເພື່ອພ້ອມກັນທໍາຄວາມເຂົ້າໃຈ ໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ຊຶ່ງເປັນວິສາຫະກິດຍຸດທະສາດຂອງປະເທດ, ດັ່ງທີ່ພວກເຮົາຮັບຮູ້ນໍາກັນວ່າ ໄຟຟ້າລາວ ເປັນວິສາຫະກິດ ທີ່ມີປະຫວັດ ອັນຍາວນານ ຢູ່ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ ນັບແຕ່ສະໄໝກ່ອນປົດປ່ອຍ ຈົນເຖິງປັດຈຸບັນ ແລະ ເວົ້າໄດ້ວ່າເປັນວິສາຫະກິດ ທີ່ມີມູນຄ່າຊັບສິນສູງທີ່ສຸດໃນປະເທດ, ຊຶ່ງມີໜ້າທີ່ຍຸດທະສາດທີ່ພັກ-ລັດ ມອບໝາຍໃຫ້ຄື: ຮັບຜິດຊອບໜ້າທີ່ການເມືອງ ກໍຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທໍາ, ໂດຍສະເພາະ ແມ່ນຮັບປະກັນ ການສະໜອງໄຟຟ້າໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍທີ່ລັດຖະບານກໍານົດໄວ້ (ຊຶ່ງມາຮອດປັດຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈໍານວນຄົວເຮືອນທັງໝົດ ທົ່ວປະເທດ),ດໍາເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກໍາໄຟຟ້າໃຫ້ເປັນຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະ ແໜງການປິ່ນອ້ອມໃຫ້ມີການພັດທະນາໄປຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວບັນດາ ເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.
ທ່ານກ່າວຕື່ມວ່າ: ການປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສອດຄ່ອງກັນນັ້ນ ເປັນພາລະໜ້າທີ່ອັນໜັກໜ່ວງ ຂອງລັດວິສາຫະກິດໄຟຟ້າລາວ ແລະ ຈໍາເປັນຕ້ອງໃຊ້ທຶນຮອນອັນມະຫາສານ ເຂົ້າໃນການ ພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງແຫຼ່ງຜະລິດ(ສ່ວນໃຫຍ່ແມ່ນການລົງທຶນໂດຍນັກລົງທຶນຕ່າງປະເທດ), ການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າ,ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນ. ຊຶ່ງບັນດາ ທຶນຮອນເຫຼົ່ານັ້ນ ສ່ວນໜຶ່ງແມ່ນໄດ້ມາຈາກງົບປະມານຂອງລັດຖະບານ ແລະ ການຊ່ວຍເຫຼືອຂອງຕ່າງປະເທດ, ແຕ່ສ່ວນໃຫຍ່ແມ່ນມາຈາກການກູ້ຢືມນໍາສະຖາບັນການເງິນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.
ຄຽງຄູ່ກັບການລົງທຶນພັດທະນາພື້ນຖານໂຄງລ່າງ, ໄຟຟ້າລາວ ແມ່ນມີພັນທະທີ່ຕ້ອງແບກຫາບໜີ້ສິນທັງຕົ້ນທຶນ ແລະ ດອກເບ້ຍ ທີ່ກູ້ຢືມຈາກສະຖາບັນການເງິນຕ່າງໆ, ຊຶ່ງມາຮອດປັດຈຸບັນ ເວົ້າໄດ້ວ່າເປັນໄລຍະທີ່ໄຟຟ້າລາວ ຕ້ອງການທຶນຮອນຫຼາຍທີ່ສຸດ ເພື່ອມາແກ້ໄຂໜີ້ສິນ ທີ່ຮອດກໍານົດ ຕ້ອງຊໍາລະຄືນ ຫຼື ເວົ້າໄດ້ວ່າເປັນໄລຍະທີ່ຫຍຸ້ງຍາກທີ່ສຸດ ຂອງໄຟຟ້າລາວ ບວກກັບສະພາບການຜັນຜວນຂອງເສດຖະກິດ ກໍຄືວິກິດດ້ານພະລັງງານ ທີ່ບັນດາປະເທດພາກພື້ນ ແລະ ສາກົນ ກໍາລັງປະເຊີນ,ແຕ່ເຖິງແນວໃດກໍ່ຕາມ ຂໍໃຫ້ບັນດາທ່ານ ເຊື່ອໝັ້ນວ່າ ພາຍຫຼັງທີ່ພວກເຮົາສາມາດຜ່ານພົ້ນຈຸດວິກິດນີ້ໄປໄດ້ ໃນອະນາຄົດອີກບໍ່ດົນ ສິ່ງທີ່ພວກເຮົາໄດ້ທຸ້ມເທ ແລະ ອຸທິດໄປ ແມ່ນຈະສາມາດສ້າງພື້ນຖານ ແລະ ສ້າງຄວາມສະດວກສະບາຍ ໃຫ້ຮຸ່ນລູກຫຼານໃນຍຸກຕໍ່ໄປໄດ້ຢ່າງແນ່ນອນ. ສະນັ້ນ, ຈຸດປະສົງຫຼັກຂອງ ກອງປະຊຸມພວກເຮົາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ຕໍ່ສະພາບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ, ພ້ອມທັງ ລະດົມຄໍາຄິດຄໍາເຫັນ ກ່ຽວກັບຫຼັກການ ແລະ ວິທີທາງແກ້ໄຂບັນຫາ ຂອງ ລັດວິສາຫະກິດໄຟຟ້າລາວ ທີ່ພົວພັນເຖິງຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ.
ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບການດຳເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າລາວ ແລະ ພ້ອມກັນປະກອບຄໍາຄິດເຫັນຢ່າງສ້າງສັນ ຕໍ່ທິດທາງການດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ໃຫ້ມີການດໍາເນີນທຸລະກິດດ້ວຍບາດກ້າວໃໝ່ທີ່ໝັ້ນຄົງ ແລະ ຍືນຍົງ.
ພາບຂ່າວ: ປະຊາຊົນ

