ເມົາຢາບ້າແລ້ວ​ປະສາດຫລອນ​ ເກີດຫຶງຫວງ​ຈົນລົງມືຄາຕະກຳເມຍທີ່ຢູ່ກິນກັນມາ 17​ ປີ

ເຈົ້າໜ້າທີ່ ປກສ​ ເມືອງ​ປາກລາຍ​ ລາຍງານວ່າ: ເວລາປະມານ 9:30 ໂມງ ຂອງວັນທີ 5 ມີນາ 2023 ໄດ້ເກີດເຫດຜົວຄາດຕະກຳເມຍ ຢູ່ບ້ານ ໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ ຍ້ອນຜູ້ກ່ຽວເສບຢາບ້າ ເກີນຂະໜາດ ແລ້ວເກີດອາການຫຶງຫວງເມຍ ຄິດວ່າ ເມຍຫລິ້ນບ່າວ.​

ຈາກການສືບສວນຂອງເຈົ້າໜ້າທີ່ເບື້ອງຕົນໄດ້ຮູ້ວ່າ: ທ້າວ ຄຳຮັກ ໄຊຍະເດດ ອາຍຸ 42 ປີ ປະຊາຊົນບ້ານ ໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ ມາຝີງໄຟຢູ່ໜ້າເຮືອນ ໃນຂະນະດຽວກັນຫລຽວເຫັນ ຊາຍຄົນໜຶ່ງບໍ່ຮູ້ຊື່ຍ່າງກາຍໜ້າເຮືອນໄປ.​ ແລ້ວທ້າວຄຳຮັກຄິດວ່າ ເປັນຊາຍຊູ້ກັບເມຍຕົນເອງ,​ ຄິດວ່າເມຍຫລິ້ນບ່າວ,ຈາກນັ້ນຈຶ່ງຈັບເອົາມີດຢູ່ໃນເຮືອນ ຍາວປະມານ 40 ຊັງຕີແມັດຂຶ້ນໄປຖາມ (ເມຍ) ຊື່ນາງ ບົວໄລ ວ່າເຈົ້າຫລິ້ນບ່າວແມ່ນບໍ່, ແລ້ວນາງ ບົວໄລ ຕອບວ່າ: ບໍ່ໄດ້ຫລິ້ນ​ ແຕ່ຍັງບໍ່ເຊື່ອຈຶ່ງໄດ້ຕັດສິນໃຈລົງມືກໍ່ເຫດ​ ເອົາມີດແທງໃສ່ເມຍ 3 ບາດ,​ ຜູ້ເປັນເມຍພະຍາຍາມຍາດເອົາມີດນຳຜູ້ເປັນຜົວຈຶ່ງເຮັດໃຫ້ມີດບາດມືທັງ 2 ເບື້ອງ,​ ແລ້ວຜູ້ກ່ຽວໄດ້ແທງຊໍ້າເຂົ້າບໍລິເວນໜ້າເອິກ 1 ບາດ,​ ຈາກນັ້ນກໍໄດ້ຍູ້ນາງ ບົວໄລ ລົ້ມລົງພື້ນເຮືອນ,​ ແລ້ວທ້າວ ຄຳຮັກ ກໍ່ເອົາມີດແທງຊໍ້າ ກ້ານຄໍດ້ານຫລັງ ຈົນເຮັດໃຫ້ນາງ ບົວໄລ ເສຍຊີວິດຄາທີ່.​