ໄຟເຊີ ສັນນິຖານວ່າ ພະຍາດໂຄວິດ-19 ຈະໝົດໄປຈາກໂລກໃນປີ 2024

ວັນທີ 17 ທັນວາ 2021 ນີ້ ບໍລິສັດ Pfizer Inc ຂອງສະຫະລັດອາເມລິກາສັນນິຖານວ່າ ໂຄວິດ-19 ອາດຈະບໍ່ໝົດໄປໃນເວລານີ້ ຈະແກ່ຍາວຈົນເຖິງປີ 2024
ຫົວໜ້າສະຖາບັນວິທະຍາສາດໄຟເຊີ ທ່ານ Mikael Dolste ມີຄຳເຫັນວ່າ: ໃນ 1 ຫາ 2 ປີຕໍ່ໜ້ານີ້, ມີບາງຂົງເຂດ ແລະ ພາກພື້ນຂອງໂລກຍັງຄົງຈະສືບຕໍ່ປະເຊີນກັບການແພ່ລະບາດຂອງເຊື້ອໄວຣັດ ໂຄວິດ-19 ຢູ່ຕໍ່ໄປ ແຕ່ກໍຈະມີບາງປະເທດ ທີ່ຈະສາມາດຄວບຄຸມັນໄດ້ ແລະ ເຮັດໃຫ້ມັນໝົດໄປໃນທີ່ສຸດ. ເມື່ອເຖິງປີ 2024 ພະຍາດໂຄວິດ-19 ຈຶ່ງຈະໝົດໄປຢ່າງຊິ້ນເຊີງຈາກໂລກນີ້.
ເຖິງຢ່າງໃດກໍຕາມ , ທ່ານກ່າວຕື່ມອີກວ່າ ເວລາໃດໂຄວິດ-19 ຈຶ່ງຈະໝົດໄປ ແລະ ຈະໝົດໄປດ້ວຍວິທີໃດນັ້ນ ແມ່ນຂຶ້ນຢູ່ກັບຫຼາຍປັດໄຈ, ເຊັ່ນວາ່: ການຜັນແປຂອງພະຍາດ, ປະສິດທິຜົນຂອງໂຄງການສັກວັກຊິນເພີ່ມພູມຄຸ້ມກັນ ກໍຄື ປະສິດທິພາບຂອງການປິ່ນປົວ ແລະ ທ້າຍທີ່ສຸດກໍແມ່ນການແບ່ງປັນວັກຊີນໃຫ້ມີຄວາມສະເໝີພາບ ແລະ ທົ່ວເຖິງກັນຂອງບັນດາປະເທດທີ່ມີອັດຕາການສັກວັກຊີນຕໍ່າທີ່ສຸດໃນໂລກ ນັ້ນເອງ.

