ລົງນາມເອກະສານແລກປ່ຽນ ສະບັບປັບປຸງ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ວັນທີ 9 ມີນາ 2023 ນີ້ິ້ ມີພິທີລົງນາມເອກະສານແລກປ່ຽນ ສະບັບປັບປຸງ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໂຄງການປັບປຸງສິ່ງອໍານວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສໍາລັບ ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ, ເຊິ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ແຫ່ງ ປະເທດຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກ​ອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ, ໂດຍມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ເອກະສານແລກປ່ຽນດັ່ງກ່າວ ແມ່ນການປັບປຸງເອກະສານທີ່ສອງຝ່າຍ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 15 ມີນາ 2022 ຜ່ານມາ, ໂດຍໄດ້ມີການເພີ່ມມູນຄ່າຂອງໂຄງການ ຈາກ 2 ຕື້ 105 ລ້ານເຢນ (ປະມານ 19,4 ລ້ານໂດລາ ສະຫະລັດ) ມາເປັນ 2 ຕື້ 500 ລ້ານເຢນ ເພື່ອໃຫ້ສອດຄ່ອງກັບອັດຕາແລກປ່ຽນໃນປັດຈຸບັນ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງໃນການຈັດຕັ້ງປະຕິບັດໂຄງການ.
ໃນພິທີດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ສະ​ແດງຄວາມຂອບໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ແລະ ການຊ່ວຍເຫຼືອໃນຂະແໜງການອື່ນໆໃນໄລຍະຜ່ານມາ, ເຊິ່ງເປັນການຊ່ວຍເຫຼືອທີ່ມີປະສິດທິພາບ, ມີປະສິດທິຜົນ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ, ອັນໄດ້ເປັນການປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພັດທະນາຂະແໜງການສຶກສາທີ່ເປັນບູລິມະສິດ ຂອງ ສປປ ລາວ, ເວົ້າລວມ ກໍແມ່ນການສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ຕາງໜ້າພາກສ່ວນກ່ຽວຂ້ອງຂອງລາວ ກ່າວ​ຄຳ​ໝັ້ນ​ສັນ​ຍາໃນການນໍາໃຊ້​​ໂຄງ​ການ​ຊ່ວຍ​ເຫຼືອຄັ້ງ​ນີ້ຢ່າງມີປະສິດທິພາບ ແລະ ເກີດ​ຜົນປະ​ໂຫຍດສູງ​ສຸດ ແລະ ສະແດງຄວາມຫວັງວ່າ ໂຄງການຊ່ວເຫຼືອດັ່ງກ່າວ ຈະປະກອບສ່ວນອັນສໍາຄັນໃນການສ້າງບຸກຄະລາກອນທີີ່ມີຄຸນນະພາບ ໃຫ້ແກ່ ພາກລັດ ແລະ ເອກະຊົນຂອງລາວ ໃນການພັດທະນາຂະແໜງອຸດສາຫະກໍາ, ລວມທັງຄວາມຮຽກຮ້ອງຕ້ອງການຂອງບໍລິສັດຕ່າງປະເທດ ແລະ ບໍລິສັດຂອງປະເທດຍີ່ປຸ່ນທີ່ກໍາລັງລົງທຶນ ຢູ່ ສປປ ລາວ ແລະ ມີແຜນການຈະລົງທຶນ ຢູ່ ສປປ ລາວ ໃນຕໍ່ໜ້າອີກດ້ວຍ.
ໃນຂະນະດຽວກັນນີ້, ທ່ານ ເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫຼືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ລວມທັງການສືບຕໍ່ຜັນຂະຫຍາຍແຜນປະຕິບັດງານຮ່ວມ (Action Plan) ທີ່ຜູ້ນໍາສອງປະເທດໄດ້ຮັບຮອງຮ່ວມກັນ ໃນເດືອນເມສາ 2021 ຜ່ານມາ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.