ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 36

ວັນທີ 8-11 ມີນາ 2022 ທີ່ນະຄອນດາກາ ປະເທດບັງກະລາເທດ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ຄະນະ ພ້ອມດ້ວຍຄະນະຜູ້ແທນ 46 ປະເທດສະມາຊິກໃນພາກພື້ນອາຊີ-ປາຊີຟິກມາຈາກຂະແໜງການກະສິກຳ, ການປະມົງ, ປ່າໄມ້, ການລ້ຽງສັດ, ພັດທະນາຊົນນະບົດ, ສາທາລະນະສຸກ, ການຄ້າ, ການເງິນ ແລະ ອື່ນໆ ໄດ້ເຂົ້າຮ່ວມກອງປະຊຸມຂອງອົງການອາ ຫານ ແລະ ການກະເສດ (FAO) ປະຈຳພາກພື້ນອາຊີ ແລະ ປາຊີຟິກຄັ້ງທີ 36 (APRC36) ຢູ່ສະຖານ ທີ່ຕົວຈິງ ແລະ ຜ່ານລະບົບທາງໄກ (Hybrid).
ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ກ່າວຕໍ່ກອງປະຊຸມດັ່ງກ່າວໂດຍ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດ ແລະ ສິ່ງທ້າທາຍຂອງສປປ ລາວໂດຍສະເພາະການລະບາດ ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍທັງລາຍໄດ້ຂອງກະສິກໍາ ແລະ ການຈ້າງງານໃນກະສິກໍາ. ເພື່ອຮັບປະກັນວ່າ ສປປ ລາວ ຍັງຢູ່ໃນເສັ້ນທາງກ້າວສູ່ການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ, ພວກເຮົາຕ້ອງພະຍາຍາມແກ້ໄຂຜົນກະທົບດ້ານລົບຕໍ່ຊີວິດການເປັນຢູ່, ຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການ ແລະ ການກະເສດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດລາວ(9th NSEDP 2021-25) ທີ່ຮັບຮອງປີຜ່ານມາເປັນເອກະສານແມ່ບົດໄດ້ແນະນໍານະໂຍບາຍຂອງລັດຖະບານ ແລະ ໄດ້ສຸມໃສ່ 6 ບຸລິມະສິດຂອງຂະແໜງກະສິກໍາລວມທັງການສົ່ງເສີມກະສິກໍາເປັນຂະແໜງການແບບຍືນຍົງ, ການເພີ່ມພູນຜະລິດກະສິກໍາ. ສິ່ງທ້າທາຍຫຼັກທີ່ຕ້ອງການເອົາໃຈໃສ່ຫຼາຍຂຶ້ນເປັນສ່ວນໜຶ່ງຂອງຄວາມພະຍາຍາມຟື້ນຟູໃນຂອບຂອງ NSEDP ຄັ້ງທີ 9 ແມ່ນຜົນກະທົບຂອງໂຄວິດ-19 ແລະ ມາດຕະການຟື້ນຟູກະສິກຳໃນປັດຈຸບັນ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ.
ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍົກບາງຈຸດທີ່ຕ້ອງໄດ້ເອົາໃຈໃສ່ເປັນພິເສດເຊັ່ນ: ການສົ່ງເສີມການຜະລິດກະສິກຳທີ່ທົນທານຕໍ່ສະພາບອາກາດ(ນິເວດວິທະຍາ, ການວາງແຜນນຳໃຊ້ທີ່ດິນແບບ ມີສ່ວນຮ່ວມ), ລະບົບນະວັດຕະກໍາກະສິກໍາເພື່ອສົ່ງເສີມການຜະລິດແບບຍືນຍົງສໍາລັບຕະຫຼາດ ແລະການ ພັດທະນາຄວາມສາມາດດ້ານເຕັກໂນໂລຊີ ເພື່ອປັບປຸງ ແລະ ຮັກສາສະມັດຖະພາບເສດຖະກິດ. ສປປ ລາວທີ່ມີທ່າແຮງການເຊື່ອມຕໍ່ຈາກປະເທດທີ່ບໍ່ຕິດກັບທະເລກາຍເປັນສູນກາງການເຊື່ອມຕໍ່ໂດຍອີງໃສ່ການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ແລະ ການບັນລຸເປົ້າໝາຍ SDG 1 ແລະ 2.
ກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີກະຊວງກະສິກຳ ແລະ ພະນັກງານອາວຸໂສຂັ້ນສູງຈາກບັນດາປະເທດສະມາຊິກໃນພາກພື້ນອາຊີ-ປາຊີຟິກໄດ້ພົບປະ, ແລກປ່ຽນ ແລະ ປຶກສາຫາລືບັນຫາສິ່ງທ້າທາຍດ້ານສະບຽງອາຫານ ແລະ ການກະເສດເພື່ອຊຸກຍູ້ການຮ່ວມມືກັນໃນໄລຍະການລະບາດພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ຂະແໜງກະສິກໍາ, ແຜນການສົ່ງເສີມລະບົບກະສິກຳທີ່ທົນທານຕໍ່ສະພາບອາກາດ, ເສີມຂະຫຍາຍການຫັນລະບົບຕ່ອງໂສ້ມູນຄ່າກະສິກຳເປັນຮູບແບບທັນສະໄໝ (digital), ການກໍານົດບຸລິ ມະສິດດ້ານສຸຂະພາບໜຶ່ງດຽວ (One Health Approarch), ການອະນຸລັກ, ຟື້ນຟູ ແລະ ນຳໃຊ້ຊີວະນາໆພັນແບບຍືນຍົງ ເພື່ອຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການຢູ່ໝູ່ເກາະປາຊີຟິກ, ແຜນງານການເຮັດວຽກ (Multi-year Programme of Work) ແຕ່ປີ 2022-2025.

