ຄອມພິວເຕີວິຊັນ ຊິນໂດຣມ

ໃນສັງຄົມປັດຈຸບັນ ຄົນຕ້ອງໄດ້ໃຊ້ການສື່ສານທາງອອນລາຍຫຼາຍຂຶ້ນ ທັງເລື່ອງການຮຽນ ປະຊຸມການຄ້າຂາຍ ຫຼື ເຮັດທຸລະກິດຕ່າງໆ ຜ່ານການໃຊ້ໜ້າຈໍຄອມພິວເຕີ ຫຼື ໂທລະສັບຕ່າໆ ເຊິ່ງການໃຊ້ງານສິ່ງເຫຼົ່ານີ້ສົ່ງຜົນກະທົບຕໍ່ສຸຂະພາບຕາ ເຮັດໃຫ້ເກີດອາການຕາແຫ້ງ ເຄືອງຕາ ປວດເບົ້າຕາ ຮ່ວມກັບອາການປວດກ້າມຊີ້ນ ແລະ ຕົ້ນຄໍໄດ້ ເຊິ່ງເອີ້ນວ່າ Computer Vision Syndrome (CVS)
Computer Vision Syndrome (CVS) ຄືກຸ່ມອາການທີ່ເກີດກັບທາງຕາ ແລະ ການເບິ່ງເຫັນທີ່ເກີດຈາກການໃຊ້ຄອມພິວເຕີເປັນເວລາດົນ ໂດຍຄວາມຮູນແຮງຈະເພິ່ມຂຶ້ນຕາມໄລຍະເວລຂອງການໃຊ້ງານ ຈາກການສຶກສາປະເທດສະຫະລັດລາຍງານວ່າ ພາວະນີ້ພົບໄດ້ເຖິງ 90% ຂອງຜູ້ທີ່ໃຊ້ງານຄອມພິວເຕີ 3 ຊົ່ວໂມງແບບບໍ່ໄດ້ພັກ
ອາການທີ່ສະແດງອອກມີ:
ອາການທາງຕາເຊັ່ນ: ຕາແຫ້ງ ແສບເປືອກຕາ ປວດເບົ້າຕາ ຕາລ້າ ສູ້ແສງບໍ່ໄດ້ ໂຟກັດໄດ້ຊ້າ ຫຼື ຕາມົວ ນອກນີ້ ຍັງມີລາຍງານການສຶກສາເຖິງຄວາມສ່ຽງຂອງການມີຄ່າສາຍຕາສັ້ນຕື່ມຂຶ້ນ
ອາການທາງລະບົບກ້າມຊີ້ນເຊັ່ນ: ປວດຄໍ ປວດບ່າ ປວດຫຼັງ ເປັນຕົ້ນ
ສາເຫດຂອງພະຍາດ:
ປັດໄຈຈາກດວງຕາ ພົບວ່າ ການເຮັດວຽກຜ່ານໜ້າຈໍຄອມ ຫຼື ໂທລະສັບ ເຊິ່ງເປັນການໃຊ້ສາຍຕາໄລຍະໃກ້ ເຖິງໄລຍະກາງ ໂດຍທຳມະຊາດຕ້ອງໄດ້ໃຊກ້າມເນື້ອເຍື້ອໃຫ້ສາມາດເບິ່ງພາບໄດ້ຊັດເຈນ ສົ່ງຜົນໃຫ້ການຫຼັບຕາຫຼຸດລົງ ເຮັດໃຫ້ປວດເບົ້າຕາ ແລະ ຕາແຫ້ງໄດ້ງ່າຍ ຖ້າປ່ອຍໄວ້ດົນ ຈະກະຕຸ້ນໃຫ້ເກີດອາການອັກເສບຂອງເຍື້ອຕາ ມີອາການຕາແດງໄດ້.
ສິ່ງແວດລ້ອມໃນບ່ອນເຮັດວຽກເຊັ່ນ: ແສງສະຫວ່າງໃນຫ້ອງບໍ່ເໝາະສົມ ໄລຍະຫ່າງຈາກໜ້າຈໍບໍ່ເໝາະສົມ ມີແສງສະທ້ອນຈາກໜ້າຈໍຄອມພິວເຕີ ສັນຍານຈາກໜ້າຈໍບໍ່ສະໝ່ຳສະເໝີເຮັດໃຫ້ພາບບໍ່ຄົມຊັດ ສິ່ງເຫຼົ່ານີ້ເຮັດໃຫ້ປວດຕາ ຫຼື ຕາມົວໄດ້
ໂຕະຕັ່ງ ທີ່ບໍ່ໄດ້ລະດັບທີ່ເໝາະສົມ ຈະສົ່ງຜົນຕໍ່ທ່ານັ່ງ ອາດຈະຕ້ອງກົ້ມ ຫຼື ເງີຍຫຼາຍເກີນໄປ ຈຶ່ງເຮັດໃຫ້ປວດເມື່ອຍບໍລິເວນຫຼັງ ບ່າໄຫຼ່ ແລະ ຄໍໄດ້
ວິທີການປ້ອງກັນ
1. ປັບໜ້າຈໍຄອມພິວເຕີໃຫ້ເໝາະສົມ ບໍ່ວ່າຈະເປັນການປັບແສງ, ສີໂຕໜັງສື ຫຼື ໃຊ້ແຜ່ນກັນແສງຕິດໜ້າຈໍຄອມກໍໄດ້
2. ປັບສະຖານທີ່ ແລະ ໂຕະທີ່ນັ່ງເຮັດວຽກກັບຄອມພິວເຕີ ຄວນຢູ່ຫ່າງຈາກໜ້າຈໍຄອມໃນເວລາເຮັດວຽກປະມານ 5-6 ນິ້ວ ເພື່ອໃຫ້ເວລາເຮັດວຽກ ຫົວຕັ້ງຊື່ ສາຍຕາຍຢູ່ມນທ່າເບິ່ງຕ່ຳ, ແປ້ນພິມກັບເມົ້າ ຄວນຢູ່ໃນລະດັບຕ່ຳກວ່າແຂນສອກຄວນມີຕັ່ງທີ່ເໝາະສົມສາມາດນັ່ງອີງໄດ້
3. ປັບແສງສະຫວ່າງໃນຫ້ອງການ
4. ພັກສາຍຕາລະຫວ່າງການເຮັດວຽກໃຫ້ສະໝ່ຳສະເໝີ
5. ການຢອດນ້ຳຕາທຽມ
6. ການໃຊ້ແວ່ນສາຍຕາທີ່ເໝາະສົມ