ສານຕ້ານອະນຸມູນອິດສະລະຈຳເປັນຕໍ່ເຮົາຫລາຍປານໃດ ?

ສານຕ້ານອະນຸມູນອິດສະລະ Antioxidant ແມ່ນສານທີ່ສາມາດຂັດຂວາງ ຫລື ຫລຸດຜ່ອນການເກີດປະຕິກິລິຍາອັອກຊິເດຊັນ Oxidation ເຊິ່ງເປັນສາເຫດຂອງການເກີດອະນຸມູນອິດສະລະ Free Radical ເຊັ່ນ : ການເກີດອັອກຊິເດຊັນຂອງລິພິດ Lipid Oxidation ແລະ Antioxidant ສາມາດແບ່ງຕາມກົນໄກການຂັດຂວາງໄດ້ເປັນ 3 ຊະນິດ ຄື :
- Preventive Antioxidant ປ້ອງກັນການເກີດອະນຸມູນອິດສະລະ.
- Scavenging Antioxidant ທຳລາຍ ຫລື ຂັດຂວາງອະນຸມູນອິດສະລະທີ່ເກີດຂຶ້ນ.
- Chain breaking Antioxidant ເຮັດໃຫ້ຕ່ອງໂສ້ຂອງການເກີດອະນຸມູນອິດສະລະສິ້ນສຸດລົງ ຫລື ການຊ່ວຍຫລຸດຜ່ອນການເກີດອັອກຊິເດຊັນ ເຊິ່ງເປັນໂຕເຮັດໃຫ້ເຮົາເຖົ້າໄວ, ເກີດຮອຍຫ່ຽວຍານ-ຮອຍຕີນກາຫລາຍຂຶ້ນ ແລະ ເຈັບປ່ວຍໄດ້ງ່າຍ.
ທັງນີ້ ອະນຸມູນອິດສະລະ ແມ່ນສານທີ່ເກີດຈາກຂະບວນການເຜົາຜານອາຫານໃນຮ່າງກາຍ ລວມເຖິງຈາກມົນລະພິດຕ່າງໆ ຈາກສະພາບແວດລ້ອມອ້ອມໂຕເຮົາ ບໍ່ວ່າຈະເປັນ ຂີ້ຝຸ່ນ, ຄັວນຢາສູບ, ຄັວນລົດ, ໂອໂຊນ, ໂລຫະໜັກ ເຊິ່ງອະນຸມູນອິດສະລະເຫລົ່ານີ້ຈະເຂົ້າມາທຳລາຍໂຄງສ້າງ ແລະ ໜ້າທີ່ຂອງຜິວໜັງແຊນ ກໍ່ເກີດຄວາມຜິດປົກກະຕິ, ແຊນຖືກທຳລາຍ ແລະ ເສື່ອມໄດ້ໄວ, ເກີດເປັນຄວາມເຖົ້າ ຫລື ແກ່ຊະລາກ່ອນໄວອັນຄວນ, ພະຍາດຕ່າງໆສາມາດເກີດໄດ້ງ່າຍຂຶ້ນ ເຊັ່ນ : ພະຍາດຫລອດເລືອດ ແລະ ຫົວໃຈຂາດເລືອດ ລວມເຖິງພະຍາດທີ່ເກີດຈາກຄວາມເສື່ອມຂອງລະບົບຕ່າງໆໃນຮ່າງກາຍ ທັງຍັງສາມາດເກີດການກາຍພັນຂອງແຊນທີ່ພັດທະນາໄປສູ່ແຊນມະເຮັງໄດ້. ສິ່ງສຳຄັນກໍຄື ຮ່າງກາຍຂອງເຮົາສ້າງອະນຸມູນອິດສະລະນີ້ຕະຫລອດເວລາ ແຊນຕ່າງໆຈະເສື່ອມລົງເລື້ອຍໆແບບບໍ່ມີມື້ຢຸດ ເຮົາຈຶ່ງເຖົ້າລົງທຸກມື້ ຮ່າງກາຍກໍຈະເສື່ອມສະພາບຖົດຖອຍລົງ ດ້ວຍເຫດນີ້ຈຶ່ງຈຳເປັນຕ້ອງມີກົນໄກໃນການຄວບຄຸມສານນີ້ ເພື່ອໃຫ້ລຸກລາມໄດ້ຊ້າລົງ, ທຳຮ້າຍຮ່າງກາຍຂອງເຮົາຊ້າລົງ.
7 ປະໂຫຍດສຳຄັນຂອງສານຕ້ານອະນຸມູນອິດສະລະ :
- ຂັດຂວາງຂະບວນການເຖົ້າແກ່ຊະລາ.
- ຫລຸດຄວາມສ່ຽງຂອງການເກີດພະຍາດມະເຮັງ.
- ຫລຸດອາການອັລໄຊເມີ ຫລື ຄວາມຈື່ຈຳເສື່ອມ.
- ຫລຸດລະດັບຄໍເລສເຕີໂຣນໃນຮ່າງກາຍ.
- ຊ່ວຍປ້ອງກັນ ແລະ ຫລຸດຄວາມສ່ຽງຂອງການເກີດພະຍາດຫົວໃຈ.
- ຊ່ວຍປ້ອງກັນພະຍາດເສັ້ນເລືອດໃນສະໝອງຕີບ.
- ຊ່ວຍເປັນເກາະປ້ອງກັນມົນລະພິດຕ່າງໆຈາກສິ່ງແວດລ້ອມ.
- ສານຕ້ານອະນຸມູນອິດສະລະໄດ້ຮັບຈາກໃສ ແລະ ຄວນປຶກສາໃຜ ?
ສານຕໍ່ຕ້ານອະນຸມູນອິດສະລະ ສາມາດຫາໄດ້ຈາກອາຫານທີ່ກິນເຂົ້າໄປ ເຊິ່ງອາດພຽງພໍສຳລັບບາງຄົນ, ແຕ່ໃນຜູ້ທີ່ຕ້ອງພະເຊີນກັບຝຸ່ນຄັວນ, ບາງຄົນສູບຢາ, ດື່ມເຫລົ້າ, ພັກຜ່ອນໜ້ອຍ, ຂາດການອອກກຳລັງກາຍ, ບໍ່ໄດ້ພິຖີພິຖັນໃນການເລືອກກິນອາຫານ, ເຄັ່ງຄຽດສະສົມ, ຕາກແດດຕະຫລອດ ຄົນເຫລົ່ານີ້ຕ້ອງການວິຕາມິນເສີມ ເພື່ອເປັນການຕໍ່ຕ້ານອະນຸມູນອິດສະລະຫລາຍກ່ວາຄົນທີ່ເບິ່ງແຍງດູແລຕົນເອງເປັນຢ່າງດີ.

