UN ລົງມະຕິຮຽກຮ້ອງຣັດເຊຍຖອນທະຫານອອກຈາກອູແກຣນທັນທີ

ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UN) ມີມະຕິໃຫ້ຣັດເຊຍຖອນກໍາລັງທະຫານອອກຈາກອູແກຣນທັນທີ ໂດຍບໍ່ມີເງື່ອນໄຂ ຫລັງຈາກສົງຄາມລະຫວ່າງສອງປະເທດຄົບຮອບ 1 ປີແລ້ວໃນວັນທີ 24 ກຸມພາ.
ໃນການລົງມະຕິຄືນວັນທີ 23 ກຸມພາ, ສຽງຕົບມືໄດ້ດັງກຶກກ້ອງທົ່ວກອງປະຊຸມ ຫລັງຈາກສຽງສ່ວນຫລາຍ ຫລື 141 ປະເທດ ລົງຄະແນນເຫັນພ້ອມຕໍ່ຢັດຕິໃຫ້ຣັດເຊຍຖອນທະຫານ. ຂະນະທີ່ມີ 7 ປະເທດລົງຄະແນນບໍ່ເຫັນພ້ອມ ແລະ ອີກ 32 ປະເທດງົດອອກສຽງ.
ເຖິງວ່າການລົງມະຕິຂອງສະມັດຊາໃຫຍ່ແຫ່ງສະຫະປະຊາຊາດຈະບໍ່ໄດ້ມີຜົນບັງຄັບໃຊ້ທາງກົດໝາຍ, ແຕ່ຖືເປັນການສົ່ງສັນສໍາຄັນ ເນື່ອງຈາກເປັນຕົວຊີ້ວັດຄວາມຄິດເຫັນຂອງປະເທດຕ່າງໆ ໂດຍລັດຖະມົນຕີຕ່າງປະເທດ ແລະ ນັກການທູດຈາກ 75 ກວ່າປະເທດ ໄດ້ກ່າວປາໄສຕໍ່ກອງປະຊຸມລະຫວ່າງການໂຕ້ວາທີ 2 ວັນ ເຊິ່ງຫລາຍຄົນຮຽກຮ້ອງໃຫ້ສະໜັບສະໜູນມະຕິທີ່ຊ່ວຍຮັກສາບູລະນະພາບແຫ່ງດິນແດນຂອງອູແກຣນ.
ອ້າງອີງ:
https://www.euronews.com/…/un-approves-resolution…

