ເປແອສເຊ ເລັງ ທູເຄິລ ນັ່ງຜູ້ຈັດການທີມຮອບ 2 ໂດຍມີ 2 ເງື່ອນໄຂທີ່ຂໍ

ອີບນິ້ງ ສະແຕນດາດ ສື່ຊື່ດັງຂອງອັງກິດລາຍງານວ່າ ປາຣີສ ແຊັງ ແຊັກແມັງ ທີມໃຫຍ່ແຫ່ງລີກ ເອິງ ຝຣັ່ງ ກຽມທາບທາມ ໂທມັສ ທູເຄິລ ອະດີດຜູ້ຈັດການທີມກັບມາຮັບວຽກອີກເທື່ອຫນຶ່ງ ຫລັງຈາກຍັງບໍ່ປະທັບໃຈ ຄຣິສຕອຟ ກັລທີເຢ ຜູ້ຈັດການທີມຄົນປັດຈຸບັນ ທີ່ພາທີມສ້າງຜົນງານບໍ່ຄົງທີ່ ແລະ ສ່ຽງຕົກຮອບ 16 ທີມ ຢູຟາ ແຊ໊ມປຽນລີກ ຫລັງຈາກເສຍ ບາເຢິນ ມິວນິກ ຄາບ້ານ 0-1 ໃນນັດທຳອິດ ເມື່ອອາທິດທີ່ຜ່ານ.
ທັງນີ້ ທູເຄິລ ເຄີຍພາ ເປແອສເຊ ເຂົ້າຮອບຊີງຊະນະເລີດ ຢູຟາ ແຊ໊ມປຽນລີກ ເມື່ອລະດູການ 2019-20 ກ່ອນຖືກປົດໃນໄລຍະຄຣິສມາສຂອງປີນັ້ນ ແລະ ດຶງ ເມົາຣີຊີໂອ ໂປເຊັດຕີໂນ ມາຄຸມທີມແທນ ແຕ່ກໍຍັງບໍ່ສາມາດໄປເຖິງຕຳແໜ່ງແຊ໊ມຢູໂຣບສະໄຫມທຳອິດຂອງສະໂມສອນໄດ້ຕາມເປົ້າຫມາຍ ເຮັດໃຫ້ຄະນະບໍລິຫານເລີ່ມການພິຈາລະນາໃຫ້ດຶງຕົວຜູ້ຈັດການທີມຊາວເຢຍລະມັນກັບມາອີກເທື່ອຫນຶ່ງ.
ເຖິງຄັ້ງນີ້ ເປແອສເຊ ຈະບໍ່ມີ ເລໂອນາໂດ ອະດີດຜູ້ອຳນວຍການກິລາທີ່ເຄີຍເປັນໄມ້ເບື່ອໄມ້ເມົາກັບລາວແລ້ວ ເຊິ່ງປັດຈຸບັນເປັນຫນ້າທີ່ຂອງ ຫລຸຍ ກຳໂປສ ແຕ່ແຫລ່ງຂ່າວລະບຸວ່າ ທູເຄິລ ຕ້ອງການໃຫ້ສະໂມສອນຮັບປະກັນວ່າລາວຈະບໍ່ຖືກແຊກແຊງອຳນາດການຄຸມທີມຈາກຜູ້ຫລິ້ນຂາໃຫຍ່ ລວມເຖິງສະໂມສອນຈະເປັນຜູ້ດຳເນີນການເລື່ອງຊື້ຂາຍນັກເຕະ ເພື່ອທີ່ລາວຈະໄດ້ສຸມໃສ່ໄປທີ່ການເຮັດທີມຢ່າງເຕັມທີີ່.

