ປກສ ແຂວງບໍ່ແກ້ວ ລົງທຳລາຍສວນຝິ່ນປະຊາຊົນ 9 ສວນ ເນື້ອທີ່ທັງໝົດ 3,5 ເຮັກຕາ ເພື່ອສະກັດກັ້ນ ແລະ ແກ້ໄຂ້ບັນຫາຢາເສບຕິດ

ວັນທີ 17-18 ກຸມພາ 2023, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ, ກອງບັນຊາການ ປກສ-ປກຊ ເມືອງເມິງ ແລະ ເມືອງຕົ້ນເຜິ້ງ ລົງທໍາລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກຢູ່ເຂດລ້ອງພະບາດຊາຍແດນລະຫວ່າງ ເມືອງເມິງ ກັບ ເມືອງຕົ້ນເຜິ້ງ ເຊິ່ງໄດ້ພົບເຫັນສ່ວນຝິ່ນທັງໝົດ ຈໍານວນ 9 ສວນ ມີເນື້ອທີ່ທັງໝົດ 3,5 ເຮັກຕາ ແຕ່ບໍພົບເຫັນເຈົ້າຂອງສວນ.
 
ດັ່ງນັ້ນທາງທີມງານຈຶ່ງໄດ້ພາກັນທໍາລາຍສວນຝິ່ນ ແລະ ຕູບພັກເຊົ່າ ທີ່ຕັ້ງຢູ່ພາຍໃນສວນນັ້ນຖິ້ມ. ໂດຍການນໍາພາຂອງ ສະຫາຍ ພັຕ ຄໍາເງິນ ສອນປະດິດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ.