ປະທານປະເທດເນັ້ນໃຫ້ສະຫະພັນນັກຮົບເກົ່າຍົກສູງບົດບາດການນໍາພາຂອງຕົນ

ໃນໂອກາດໃຫ້ກຽດເຂົ້າຮ່ວມເປັນປະທານແລະໂອ້ລົມຕໍ່ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ)ຄັ້ງທີ 5 ສະໄໝທີ III ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດບຸນຍັງວໍລະຈິດທີ່ຈັດຂຶ້ນໃນວັນທີ 7-10 ມັງກອນນີ້ໂດຍທ່ານໄດ້ເນັ້ນໃຫ້ຄະນະນໍາສນຫລແຕ່ລະຂັ້ນເອົາໃຈໃສ່ຄົ້ນຄວ້າຮູບແບບການໂຄສະນາສຶກສາອົບຮົມການເມືອງ-ແນວຄິດຕໍ່ສະມາຊິກນັກຮົບເກົ່າໃຫ້ແທດເໝາະ ແລະ ສອດຄ່ອງແຕ່ລະເປົ້າໝາຍໃນແຕ່ລະໄລຍະເພື່ອໃຫ້ເຂົາເຈົ້າກຳໄດ້ ແລະເຂົ້າຮ່ວມການຈັດຕັ້ງປະຕິບັດຕົວຈິງ, ເພີ່ມທະວີການຫັນລົງຮາກຖານ ເພື່ອຕິດຕາມກວດກາ, ກຳແໜ້ນສະພາບການແນວຄິດ ແລະຮັບຟັງຄວາມຄິດເຫັນຂອງສະມາຊິກ ແລະ ຊັ້ນຄົນໃນສັງຄົມຕໍ່ການນຳພາຂອງພັກການຄຸ້ມຄອງຂອງລັດ. ເອົາໃຈໃສ່ປັບປຸງເນື້ອໃນ ແລະ ຮູບແບບເຄື່ອນໄຫວນຳພາເຮັດແນວໃດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະໃໝ່ເພື່ອຍົກສູງບົດບາດ ແລະ ໜ້າທີ່ຂອງສະຫະພັນນັກຮົບເກົ່າທັງຮັບປະກັນການເຄື່ອນໄຫວວຽກງານລວມສູນປະຊາທິປະໄຕຄວາມເປັນແບບຢ່າງນຳພາມະຫາຊົນ ແລະສັງຄົມ,ພ້ອມທັງເອົາໃຈໃສ່ປະສານສົມທົບແໜ້ນກັບບັນດາກະຊວງ, ອົງການຂັ້ນສູນກາງແລະທ້ອງຖິ່ນເພື່ອເຮັດໜ້າທີ່ໃນການຄຸ້ມຄອງ, ເບິ່ງແຍງດູແລ ແລະ ປະຕິບັດນະໂຍບາຍຕໍ່ສະມາຊິກນັກຮົບເກົ່າກໍຄືພະນັກງານປະຕິວັດອາວຸໂສໃຫ້ດີ.
ໃນກອງປະຊຸມ, ທ່ານພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຫລາຍດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະເພາະເອົາໃຈໃສ່ຕິດຕາມກວດກາ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນ 3 ດີ 6 ຮັກສາຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ. ມາຮອດປັດຈຸບັນ, ສາມາດຄັດເລືອກ ແລະ ມອບໃບຢັ້ງຢືນ 3 ດີ 6 ຮັກສາໃຫ້ບຸກຄົນໄດ້ 6.200ກວ່າສະຫາຍ ແລະ361 ກົມກອງແລະໃນທົ່ວປະເທດມີຄະນະບໍລິຫານງານຂັ້ນແຂວງ 221 ສະຫາຍ,ມີຄະນະບໍລິຫານງານຂັ້ນເມືອງມີ 1.507ສະຫາຍ ແລະ ຄະນະໜ່ວຍຮາກຖານມີ 3.407ສະຫາຍແລະ ມີສະມາຊິກນັກຮົບເກົ່າຫລາຍກວ່າ59.730ກວ່າສະຫາຍໃນທົ່ວປະເທດ.

