ເຈົ້າໜ້າທີ່ສາມາດມ້າງເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ມາດໍາເນີນຄະດີ

ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ໄດ້ນໍາກໍາລັງ ລົງມ້າງເຄືອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່ຢູ່ໂຮງແຮມອານຸສອນ, ບ້ານດົງນາທອງເມືອງສີໂຄດຕະບອງນະຄອນຫລວງວຽງຈັນ ແລະ ສາມາດຈັບຕົວຜູ້ຖືກຫາໄດ້ 7 ຄົນຄື: ທ້າວ ສົມມະນີ ອາຍຸ 50 ປີຢູ່ ບ້ານຫລັກຫີນ, ທ້າວ ລ້ານ ອາຍຸ 37 ປີຢູ່ບ້ານໂພສີເມືອງສີໂຄດຕະບອງ, ທ້າວ ອຸດົມ ອາຍຸ 31 ປີ, ທ້າວ ໄຊ ອາຍຸ 28 ປີ, ທ້າວ ລ້ຽງ ອາຍຸ 43 ປີຢູ່ບ້ານສຳພັນນາເມືອງສັງທອງ, ນາງ ພອນ ອາຍຸ 45 ປີຢູ່ບ້ານຫລັກຫີນເມືອງສີໂຄດຕະບອງ ແລະ ທ້າວ ເພັດ ອາຍຸ 40 ປີສັນຊາດມຽນມາຢູ່ບ້ານທ່າຂີ້ເຫລັກ ປະເທດມຽນມາ, ພ້ອມຂອງກາງຢາບ້າຈໍານວນ 106.460 ເມັດ, ລົດໃຫຍ່ 4 ຄັນ ແລະ ເງິນຈຳນວນໜຶ່ງ ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
+ເຈົ້າໜ້າທີ່ສາມາດມ້າງເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ມາດໍາເນີນຄະດີ
+ປກສ ຈຳປາສັກສາມາດມ້າງເຄືອຂ່າຍຢາເສບຕິດທີ່ອັນຕະລາຍ
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກເຂົາຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວເປັນຂອງຕົນເອງແທ້ ທີ່ໄດ້ຊື້ຈາກຂະບວນການຄ້າຢາເສບຕິດໃນນະຄອນຫລວງວຽງຈັນ, ເພື່ອຈະໄປຂາຍໃຫ້ລູກຄ້າ ແລະ ຄະດີຢາເສບຕິດລາຍນີ້ເຈົ້າໜ້າທີ່ກໍາລັງຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດຳເນີນຄະດີ.
ຂ່າວ-ພາບ : ຫນັງສືພິມ ປກສ
