ລາວຕ້ອງເລັ່ງແກ້ໄຂຂໍ້ຄົງຄ້າງເພື່ອສົ່ງເສີມການລົງທຶນໃຫ້ຫລາຍຂຶ້ນ
ຕາມແຫລ່ງຂ່າວ (ຂປລ) ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນຜ່ານມາເຫັນວ່າມີຜົນສຳເລັດໜ້າພໍໃຈ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວເປັນກ້າວໆມາ. ຂະນະດຽວກັນກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ແກ້ໄຂເປັນຕົ້ນ: ການພິຈາລະນາອະນຸມັດໂຄງການໃຫ້ແກ່ຜູ້ລົງທຶນຍັງບໍ່ເປັນໄປຕາມກຳນົດເວລາ, ຍ້ອນຄວາມບໍ່ເຂັ້ມແຂງໃນການປະຕິບັດລະບຽບຫລັກການ ແລະ ຂອດປະສານງານຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນ, ໃນບາງກໍລະນີຂອງຂອດການລົງທຶນຍັງຈຳເປັນຕ້ອງຂໍຄຳເຫັນຄືນຫລາຍຄັ້ງເຮັດໃຫ້ເສຍເວລາ ແລະ ສົ່ງຜົນໃຫ້ການຂໍອະນຸຍາດລົງທຶນຊັກຊ້າ.
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສຸພັນ ແກ້ວມີໄຊ ໄດ້ຊີ້ໃຫ້ເຫັນບາງຂໍ້ຄົງຄ້າງຂອງການລົງທຶນ, ໂດຍສະເພາະຢູ່ໃນເຂດເສດຖະກິດສະເພາະ (ຂພສ) ເຖິງວ່າລັດຖະບານມີນະໂຍບາຍສົ່ງເສີມທີ່ດີ, ແຕ່ໃນດ້ານນິຕິກຳຍັງບໍ່ທັນຮັດກຸມ, ເຮັດໃຫ້ການປະຕິບັດຕົວຈິງພົບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນການດຶງດູດການລົງທຶນ ແລະ ການສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນລາຍໃຫຍ່ທີ່ຈະຕັດສິນໃຈເຂົ້າມາລົງທຶນໃນ ຂພສ ເພາະມີການປຽບທຽບດ້ານນິຕິກຳ, ການແຂ່ງຂັນ ແລະ ເງື່ອນໄຂຕ່າງໆກັບປະເທດເພື່ອນບ້ານ. ນອກນີ້, ການສ້າງວຽກເຮັດງານທຳເພື່ອສະໜອງໃຫ້ ຂພສ ຍັງປະຕິບັດບໍ່ທັນໄດ້ດີຍ້ອນລະດັບສີມືແຮງງານພາຍໃນຍັງຢູ່ໃນລະດັບຕ່ຳ.
ສຳລັບການບໍລິການຜ່ານປະຕູດຽວກັບກໍຍັງປະຕິບັດບໍ່ທັນໄດ້ດີ ເປັນຕົ້ນ: ການອອກບັດແຮງງານ, ການຂໍວິຊາເຂົ້າ-ອອກຫລາຍເທື່ອ, ການນຳເຂົ້າ-ສົ່ງອອກສິນຄ້າ, ລວມທັງການອອກໃບຢັ້ງຢືນອະສັງຫາລິມະຊັບ ແລະ ອື່ນໆ ເນື່ອງຈາກເປັນວຽກທີ່ພົວພັນກັບຫລາຍຂະແໜງການ ແລະ ອັດຕາສ່ວນຂອງແຮງງານລາວຢູ່ແຕ່ລະບ່ອນຍັງມີໜ້ອຍ, ນັບທັງບັນຫາສະຫວັດດີການ.
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ໃນໄລຍະຜ່ານມາບັນດາຂະແໜງການ ແລະ ທ້ອງຖີ່ນ ຍັງບໍ່ທັນເຂົ້າໃຈເລິກເຊິ່ງຕໍ່ກົນໄກຄຸ້ມຄອງການລົງທຶນຂອງພາກເອກະຊົນ ເປັນຕົ້ນ: ຂັ້ນຕອນການອະນຸຍາດ ແລະ ການຄຸ້ມຄອງ, ເຊິ່ງບໍ່ສອດຄ່ອງກັບກົດໝາຍ. ຕໍ່ກັບບັນຫານີ້, ຂັ້ນສູນກາງກໍຍັງບໍ່ໄດ້ເອົາໃຈໃສ່ໃນການສົ່ງມອບໂຄງການໃຫ້ທ້ອງຖິ່ນຕິດຕາມຢ່າງເປັນທາງການ ແລະ ອີກບັນຫາສໍາຄັນໜຶ່ງແມ່ນການສ້າງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃນການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຍັງບໍ່ທັນພຽງພໍ, ຂະນະທີ່ກົດໝາຍຮັບຮອງແລ້ວກໍຍັງບໍ່ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ, ການປະຕິບັດສັນຍາຂອງພາກລັດບາງກໍລະນີເຮັດບໍ່ທັນໄດ້ດີ, ສ່ວນຜູ້ລົງທຶນເອງກໍຍັງມີການລະເມີດສັນຍາທີ່ໄດ້ເຊັນໄວ້ກັບພາກລັດ, ການຄຸ້ມຄອງ ແລະ ຕິດຕາມກວດກາຍັງສັບສົນ ແລະ ຍັງບໍ່ເປັນລະບົບ, ຈຶ່ງບໍ່ສາມາດຮູ້ໄດ້ເຖິງການດຳເນີນກິດຈະການໄດ້ດີ ຫລື ປະສົບບັນຫາຫຍຸ້ງຍາກ ເຮັດໃຫ້ການມອບພັນທະບໍ່ໄດ້ຮັບຜົນ.
