ບາດເຈັບໜັກ! ຕົ້ນສັງກັດ ຢືນຢັນພົບໂຕ ອັສຊູ ແລ້ວ

ຮາທາຍສະປໍ ຢືນຢັນວ່າ ຄຣິສຕຽນ ອັສຊູ ໄດ້ຮັບການຊ່ວຍເຫລືອອອກມາຈາກໃຕ້ຊາກຫັກພັງຈາກແຜ່ນດິນໄຫວໃນຕວັກກີແລ້ວ.
ເຊິ່ງປະເທດຕວັກກີຖືກເຄາະຮ້າຍຈາກໄພພິບັດຄັ້ງໃຫຍ່ ເກີດແຜ່ນດິນໄຫວຄວາມແຮງ 7.8 ຢູ່ສູນກາງໃກ້ກັບເມືອງ ຊີອັລເທັບ ທາງຕາເວັນອອກສຽງໃຕ້ຂອງປະເທດ ຕິດກັບຊາຍແດນປະເທດຊີເຣຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫລາຍກວ່າ 1.300 ກວ່າຄົນ ແລະ ມີຜູ້ບາດເຈັບກວ່າ 6 ພັນຄົນ.
ກ່ອນໜ້ານີ້, ອັສຊູ ແມ່ນໜຶ່ງໃນຜູ້ຫລິ້ນຂອງ ຮາທາຍສະປໍ ທີ່ຕິດຢູ່ໃຕ້ຊາກຫັກພັງ ແຕ່ຫລ້າສຸດມີການຢືນຢັນມີຄົ້ນພົບຕົວອະດີດນັກເຕະ ເຊວຊີ ແລະ ນີວຄາສເຊິນແລ້ວ ແລະ ໄດ້ຖືກນຳໂຕໄປໂຮງໝໍເພື່ອປິ່ນປົວການບາດເຈັບຮຽບຮ້ອຍແລ້ວ.
ແນວໃດກໍ່ຕາມ, ທາແນ ຊາວຸດ ຜູ້ອໍານວຍການກິລາຂອງສະໂມສອນ ຍັງຄົງຕິດຢູ່ໃຕ້ຊາກຫັກພັງ ແລະ ຍັງບໍ່ທັນພົບໂຕ. ເຊິ່ງປັດຈຸບັນເຈົ້າໜ້າທີ່ພວມເລັ່ງປະຕິບັດການຄົ້ນຫາຢ່າງຕໍ່ເນື່ອງ.

