ເຊລຊີ ທຸ້ມເງິນ 100 ລ້ານຢູໂຣ ຫວັງຊື້ຜູ້ຮັກສາປະຕູຄົນໃໝ່

ສະໂມສອນ ເຊລຊີ ເປັນສະໂມສອນອັນດັບຕົ້ນໆຂອງ ພຣີເມຍລີກ ອັງກິດ ກຽມທຸ້ມເງິນ 100 ລ້ານຢູໂຣ ເພື່ອຫວັງຄວ້າຕົວຜູ້ຮັກສາປະຕູຄົນໃໝ່ມາແທນທີ່ຂອງ ຕິໂບ ກູຕົວ ຜູ້ຮັກສາປະຕູຄົນປັດຈຸບັນ.
ຕິໂບ ກູຕົວ ເຫລືອສັນຍາກັບສະໂມສອນ ເຊລຊີ ພຽງລະດູການ 2018-2019 ແລະ ເຂົາກໍສະແດງຄວາມຊັດເຈນແລ້ວວ່າບໍ່ຢາກຕໍ່ສັນຍາສະບັບໃໝ່ ໂດຍສະໂມສອນ ຣີລ ມາດຣິດ ເປັນສະໂມສອນທີ່ຕ້ອງການໄດ້ ຕິໂບ ກູຕົວ ເຂົ້າຮ່ວມສະໂມສອນ.
ຫລ້າສຸດ ເອັຟເອ ຄັບ ປີຫລ້າສຸດຮູ້ດີເຖິງສະຖານະການ ແລະ ອາດປ່ອຍ ກູຕົວ ຕັ້ງແຕ່ລະດຸການນີ້ ເພື່ອຫລີກລ້ຽງການເສຍນັກເຕະອອກໄປແບບບໍ່ມີຄ່າຕົວໃນລະດູການໜ້າ ເຊິ່ງພວກເຂົາກຽມທຸ້ມເງິນເປັນສະຖິຕິໂລກໃນຕໍາແໜ່ງຜູ້ຮັກສາປະຕູ.

