ທິດສະດີມາກ-ເລນິນ ກ່າວໄວ້ວ່າ “ຄວາມບໍ່ເທົ່າທຽມ ເປັນຮາກເຫງົ້າຂອງຄວາມທຸກຍາກ ແລະ ກົດໜ່ວງຖ່ວງດຶງຕໍ່ການພັດທະນາເສດຖະກິດ-ສັງຄົມ”
ໂດຍ: ມຶກບໍ່ແຫ້ງ
ຄວາມບໍ່ເທົ່າທຽມເປັນບັນຫາພື້ນຖານຂອງ ການພັດທະນາເສດຖະກິດ-ສັງຄົມ, ຫຼາຍກໍລະນີກໍມີ ລັກສະນະທີ່ເປັນໂຄງສ້າງ ທີ່ຍາກຍິ່ງຕໍ່ການແກ້ໄຂ ແລະ ປ່ຽນແປງ. ຄວາມບໍ່ເທົ່າທຽມກັນໃນນີ້ ຈະຂໍເວົ້າເຖິງເລື່ອງຂອງຄວາມບໍ່ເທົ່າທຽມກັນທາງດ້ານໂອກາດ ທີ່ໄດ້ມາຈາກໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ.
ຕາມທິດສະດີຂອງທ່ານ ມາກ-ເລນິນ ກ່ຽວກັບຮາກເຫງົ້າຂອງຄວາມທຸກຍາກນັ້ນ ຊຸມຊົນ ຫລື ປະເທດໃດໜຶ່ງ ເພິ່ນແບ່ງກຸ່ມຄົນໃນສັງຄົມອອກເປັນສອງປະເພດ, ປະເພດທີ່ໜຶ່ງ ແມ່ນກຸ່ມຄົນທີ່ມີຄວາມສະຫລາດ ແລະດຸໝັ່ນ ແຕ່ກຸ່ມຄົນໜຶ່ງ ແມ່ນຂີ້ຄ້ານມັກງ່າຍ, ປ່ອຍປະທຸກສິ່ງຢ່າງ ໃຫ້ເປັນໄປຕາມມີຕາມເກີດ. ຜົນກໍຄື ກຸ່ມທີ່ໜຶ່ງຈະສາມາດຊອກຫາຜົນປະໂຫຍດຈາກກຸ່ມທີ່ສອງໄດ້ຢ່າງດີ ແລ້ວເຂົາເຈົ້າຈະກາຍເປັນຄົນຮັ່ງມີ ແລະອີກກຸ່ມກໍຈະກາຍເປັນຄົນທີ່ບໍ່ມີຊັບສົມບັດຫລວງຫລາຍ ຜົນສຸດທ້າຍກໍຄື ຜູ້ຮັ່ງ ກໍຈະຮັ່ງມີໄປຕະຫລອດ ສ່ວນຜູ້ທຸກກໍຍາກທີ່ຈະກ້າວຂຶ້ນມາເປັນຜູ້ຮັ່ງມີໄດ້ກໍຍິ່ງລຳບາກ.
ສິ່ງທີ່ປະຈັກຕາໃຫ້ເຫັນກໍຄືຊ່ອງວ່າງຂອງຄວາມທຸກຍາກ ແລະຮັ່ງມີນັບມື້ນັບເຕີບໃຫຍ່ຂຶ້ນ. ພ້ອມນັ້ນ ລະບົບການປົກຄອງ ທີ່ອອກລະບຽບກົດໝາຍ ເພື່ອຮັບປະກັນຄວາມເທົ່າທຽມກັນໃນສັງຄົມ ນັ້ນບໍ່ສາມາດບັງຄັບໃຊ້ໃຫ້ເກີດໝາກຜົນພໍເທົ່າໃດ ເພາະກະໂຕອຳນາດການປົກຄອງນັ້ນ ກໍຖືກຄອບງຳດ້ວຍອຳນາດຂອງຄວາມຫິວໂຫຍແຫ່ງຄວາມໂລບມາກ ທາງດ້ານວັດຖຸ ເພາະອຳນາດການປົກຄອງ ແລະກຸ່ມຄົນຮັ່ງມີມັກເຊື່ອມໂຍງກັນ ເພື່ອຫາຜົນປະໂຫຍດຈາກກຸ່ມຄົນທີ່ດ້ອຍກວ່າຕົນ.
ເມື່ອເປັນເຊັ່ນນັ້ນ ໝາກຜົນທີ່ໄດ້ຈາກການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະຄວາມຕ້ອງການ ທີ່ເປັນພື້ນຖານຂອງຊີວິດມະນຸດ ເຊັ່ນ: ອາຫານ, ທີ່ພັກພາອາໄສ, ການບໍລິການທາງດ້ານສຸຂະພາບ, ການສຶກສາ ແລະສິດທິອື່ນໆ ທີ່ເປັນພື້ນຖານຂອງພົນລະເມືອງ ຈຶ່ງມີອຸປະສັກອັນແກ້ບໍ່ຕົກ ທີ່ຈະເຮັດໃຫ້ທຸກຄົນໃນສັງຄົມໄດ້ຮັບຢ່າງເທົ່າທຽມກັນ. ລູກຫລານຂອງກຸ່ມຄົນຮັ່ງມີ ທີ່ອຳນວຍດ້ວຍເງື່ອນໄຂອັນພຽບພ້ອມໃນການສຶກສາພັດບໍ່ຢາກໄປໂຮງຮຽນ ແຕ່ອີກດ້ານໜຶ່ງເດັກນ້ອຍບາງຄົນຮ້ອງໄຫ້ນ້ຳຕານອງໜ້າ ເພື່ອຢາກເຂົ້າໂຮງຮຽນ ພັດບໍ່ໄດ້ຮັບໂອກາດນັ້ນເລີຍ, ອັນນີ້ມັນເປັນສິ່ງຈະແຈ້ງແລ້ວວ່າ ສັງຄົມເຮົາ ມີຄວາມຫລຸດໂຕນກັນ. ເມື່ອຄວາມແຕກໂຕນກັນເຊັ່ນນີ້ສືບຕໍ່ ກຸ່ມຄົນທີ່ບໍ່ໄດ້ຮັບໂອກາດ ກໍຈະຢູ່ໃນວົງວຽນຂອງຄວາມທຸກຍາກບໍ່ມີມື້ສິ້ນສຸດ.
ໃນຄອບຄົວໜຶ່ງທີ່ມີລູກຢູສອງຄົນ, ພໍ່ແມ່ກຳນົດວ່າ ຜູ້ໜຶ່ງໃຫ້ໄດ້ຮຽນໜັງສື ແລະອີກຜູ້ໜຶ່ງແມ່ນໃຫ້ຊ່ວຍວຽກພໍ່ແມ່ ດ້ວຍເຫດຜົນຫລາຍປະການ, ນັ້ນມັນຈະແຈ້ງແລ້ວວ່າ ອະນາຄົດຂອງສອງຄົນນີ້ ມີຄວາມຄາດເຄື່ອນ ໂດຍສະເພາະວິຊາອາຊີບ ເພາະການສຶກສາເປັນຕົວປ່ຽນແປງຂອງຊີວິດເຂົາເຈົ້າ ແລ້ວພໍ່ແມ່ ຈະຮັບຜິດຊອບຕໍ່ກັບຜູ້ທີ່ບໍ່ໄດ້ຮັບການສຶກສານັ້ນຢ່າງໃດ? ເຮົາມີບໍ່ການຊ່ວຍເຫລືອຂອງອຳນາດການປົກຄອງ ເພື່ອສົ່ງເສີມໃຫ້ຄົນຜູ້ນັ້ນໄດ້ຮັບການສຶກສາ? ຖ້າເຂົາເຈົ້າບໍ່ມີວິຊາຊີບອັນແນ່ນອນ ຍ້ອນດ້ອຍການສຶກສາ, ຄວາມສ່ຽງທີ່ຈະທຸກຍາກກໍມີສູງຂຶ້ນ, ຖ້າເຮົາມີເງິນສິບພັນກີບ ປັນໃຫ້ຄົນສອງຄົນ ຜູ້ລະເຄິ່ງ ມັນຍັງມີຄຸນຄ່າໄລຍະຍາວກວ່າເອົາໃຫ້ຜູ້ໜຶ່ງໜ້ອຍ ຫຼື ບໍ່ໄດ້ເລີຍ ອີກຜູ້ໜຶ່ງຫລາຍ.
ພວກເຮົາຈະເຮັດໃຫ້ທຸກຄົນໃນສັງຄົມມີສິດທິເທົ່າທຽມກັນທາງດ້ານໂອກາດຕ່າງໆໄດ້ແບບໃດ? ອາດຈະບໍ່ແມ່ນບັນຫາທີ່ສາມາດແກ້ໄຂໄດ້ມື້ໜຶ່ງຍາມດຽວ ແຕ່ແນ່ນອນວ່າ ເມື່ອຄວາມເປັນຈິດໜຶ່ງໃຈດຽວເກີດຂຶ້ນ ດ້ວຍການເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມ ຂອງຜູ້ນນຳໂດຍການບັງຄັບການ ໃຊ້ລະບຽບກົດໝາຍຢ່າງເຄັ່ງຄັດ, ສ້າງໂອກາດທີ່ເທົ່າທຽມແກ່ທຸກຄົນໃນສັງຄົມ, ປັບປຸງລະບົບການປົກຄອງ ທີ່ມີປະສິດທິພາບ ແລະ ໂປ່ງໄສ ເຊື່ອແນ່ວ່າ ໄຊຊະນະທີ່ຢູ່ເໜືອຄວາມທຸກຍາກ, ຄວາມອະຍຸຕິທຳ ໃນສັງຄົມກໍບັງເກີດຂຶ້ນໄດ້.

