ມືປືນຊາວປາແລັສຕິນກໍ່ເຫດກວາດຍິງໃນໂບຊາວຢິວຢູ່ເຢຣູຊາເລັມ ມີຜູ້ເສຍຊີວິດແລ້ວ 7 ຄົນ

ວັນທີ 27 ມັງກອນ, ມືປືນຊາວປາແລັສຕິນກໍ່ເຫດກວາດຍິງຢູ່ໂບດຢິວໃນເຢຣູຊາເລັມຕາເວັນອອກ ໂດຍເຫດການເກີດຂຶ້ນໃນວັນສະບາໂຕ (Sabbath) ທີ່ຄົນຈໍານວນຫລາຍເດີນທາງມາຮ່ວມພິທີທາງສາສະໜາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ. ຕໍາຫລວດກ່າວວ່າ: ເຫດການທີ່ເກີດຂຶ້ນຖືເປັນໜຶ່ງໃນການໂຈມຕີທີ່ຕັ້ງເປົ້າຂ້າຊີວິດຊາວອິດສະລາແອນຮຸນແຮງສຸດໃນຮອບຫລາຍປີ ແລະ ສ່ຽງຈູດສະນວນໃຫ້ເກີດຄວາມຂັດແຍ່ງໃນວົງກວ້າງ.

ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 20:15 ໂມງ ຕາມເວລາທ້ອງຖິ່ນ ໂດຍຜູ້ກໍ່ເຫດໄດ້ເດີນທາງມາຮອດໂບດຢິວໃນເຂດເນເວຢາຄອບ (Neve Yaakov) ຂອງເຢຣູຊາເລັມ ກ່ອນຈະເລີ່ມຍິງປະຊາຊົນຈໍານວນຫລາຍໃນບໍລິເວນດັ່ງກ່າວ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ 3 ຄົນ.

ພາຍຫລັງກໍ່ເຫດ ມືປືນໄດ້ຂັບລົດໜີການຈັບກຸມຂອງເຈົ້າໜ້າທີ່ ແຕ່ໃນເວລາຕໍ່ມາກໍຖືກສະກັດໄວ້ໄດ້ຈົນມີການຍິງຕໍ່ສູ້ກັນເກີດຂຶ້ນ ແລະ ທີ່ສຸດແລ້ວຄົນຮ້າຍຖືກວິສາມັນຄາດຕະກໍາ ພາຍຫລັງເຈົ້າໜ້າທີ່ກ່າວວ່າ: ມືປືນເປັນຊາວປາແລັສຕິນອາຍຸ 21 ປີ ທີ່ອາໄສຢູ່ໃນເຢຣູຊາເລັມຕາເວັນອອກ.

ອ້າງອີງ:

https://apnews.com/…/politics-israel-government…

https://www.bbc.com/news/world-middle-east-64430491

https://www.reuters.com/…/rocket-warning-sirens-set…/