ຄະນະຜູ້ແທນເອີຣົບ ຕິດຕາມໂຄງການປູກກາເຟ ຢູ່ພາກເໜືອຂອງລາວ

ວັນທີ 16 ມັງກອນ 2023, ຄະນະທູດຈາກ 6 ປະເທດເອີຣົບນຳໂດຍທ່ານນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ, ເອກອັກຄະລັດຖະທູດຝຣັ່ງ, ເອກອັກຄະລັດຖະທູດເຢຍລະມັນ, ອຸປະທູດຮົງກາຣີ, ຜູ້ອຳນວຍການພາກພື້ນແມ່ນ້ຳຂອງ, ອົງການສະວິດ ພັດທະນາ ແລະ ຮ່ວມມື (SDC) ແລະ ເຈົ້າໜ້າທີ່ຝ່າຍການຮ່ວມມືພັດທະນາ, ສະຖານທູດລຸກຊໍາບວກ, ຕາງໜ້າກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າລາວ ໄດ້ຕິດຕາມໂຄງການປູກກາເຟຢູ່ແຂວງຊຽງຂວາງ ແລະ ຫົວພັນ ເພື່ອຢືນຢັນເຖິງຄວາມມຸ່ງໝັ້ນອັນເຂັ້ມແຂງຂອງທີມເອີຣົບ ຕໍ່ການເຮັດວຽກຮ່ວມກັນພາຍໃຕ້ຂອບການເຮັດວຽກຍຸດທະສາດຂອງທີມເອີຣົບຕໍ່ປະເທດລາວ 2021-2025ໂດຍສະເພາະການ ສະໜັບສະໜູນການປູກກາເຟຢູ່ພາກເໜືອຂອງປະເທດລາວ ເພື່ອໃຫ້ສອດຄ່ອງກັບຂົງເຂດບູລິມະສິດແລະ ຍຸດຖະສາດການຮ່ວມມື ເສດ ຖະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ.
ປັດຈຸບັນ, ທ່າອ່ຽງຂອງຕະຫລາດມີຄວາມຕ້ອງການກາເຟໃນລະດັບທ້ອງຖິ່ນ, ພາກພື້ນ ແລະ ລະດັບໂລກຫລາຍຂຶ້ນ ໂດຍສະເພາະກາເຟຊະນິດພິເສດ ແລະ ກາເຟທີ່ຍືນຍົງ ແລະ ຕະຫລາດກາເຟທີ່ໃຫຍ່ທີ່ສຸດ ແມ່ນສະຫະພາບເອີຣົບ ໂດຍກວມ 50% ຂອງການນໍາເຂົ້າກາເຟທັງໝົດໃນທົ່ວໂລກ. ຂະນະທີ່ສ່ວນແບ່ງການນຳເຂົ້າກາເຟຈາກປະເທດລາວຍັງໜ້ອຍ, ແຕ່ພວມຂະຫຍາຍເພີ່ມຂຶ້ນ. 2 ປີຜ່ານມາ, ສະຖິຕິການສົ່ງອອກກາເຟ ແລະ ຊາຈາກປະເທດລາວໄປສະຫະພາບເອີຣົບເພີ່ມຈາກ 21 ລ້ານເອີໂຣ ເປັນ 42 ລ້ານເອີໂຣ. ດັ່ງນັ້ນ, ທີມເອີຣົບ ພວມເຮັດວຽກຮ່ວມກັບລັດຖະບານ ສປປ ລາວ ເພື່ອເຮັດຕາມຍຸດທະສາດກາເຟລາວ 2025 ເນັ້ນພັດທະນາຄຸນນະພາບກາເຟ ໂດຍການເຄົາລົບສິ່ງແວດລ້ອມ ແລະ ສ້າງຫລັກປະກັນຄວາມຍືນຍົງ ແລະ ການສ້າງລາຍໄດ້ທີ່ທຽບເທົ່າຜູ້ຜະລິດລາຍຍ່ອຍເພື່ອຫລຸດຜ່ອນຄວາມທຸກຍາກໃນຂົງເຂດຫ່າງໄກ.
ໃນການຢ້ຽມຢາມ, ຄະນະດັ່ງກ່າວໄດ້ເລີ່ມຈາກເມືອງຄູນແຂວງຊຽງຂວາງ ໂດຍໄດ້ຢ້ຽມຢາມໂຄງການ ການບໍລິການໃຫ້ຄຳປຶກສາໃນຂົງເຂດຊົນນະບົດຢູ່ທີ່ສູງທີ່ສະໜັບສະໜູນໂດຍປະເທດສະວິດ (LURAS III); ໂຄງການສົ່ງເສີມຄວາມສາມາດດ້ານການຄ້າສໍາລັບການປູກກາເຟຢູ່ພາກເໜືອ (PRCC) ສະໜັບສະໜູນໂດຍປະເທດຝຣັ່ງ ແລະ ສະຫະພາບເອີຣົບເອງກໍຈະໄດ້ຮ່ວມໃຫ້ທຶນເພື່ອສະໜັບສະໜູນໂຄງການພາຍໃຕ້ຂົງເຂດການຮ່ວມມືຂອງທີມເອີຣົບ ແລະ ປະເທດລາວເພື່ອເປັນການຍົກບົດບາດການຄ້າທີ່ຍືນຍົງແລະ ການຄ້າແບບກວມລວມ, ການລົງທຶນ ແລະ ການສ້າງສາຍສຳພັນໃນຂົງເຂດການກະສິກຳ ແລະ ປ່າໄມ້ (TICAF).

