ກັກຕົວເປົ້າໝາຍຍິງປືນກໍ່ຄວາມບໍ່ສະຫງົບ ແລະ ກວດພົບມີປືນດັດແປງ 4 ກະບອກໄວ້ຄອບຄອງ

ເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ໄດ້ກັກຕົວທ້າວ ພານຸລັກ ຫຼື ຕິ່ງ ອາຍຸ 37 ປີ ວ່າງງານ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 7 ກັນຍາ 2021 ພາຍຫຼັງກໍ່ເຫດຍິງປືນໃນເຂດຊຸມຊົນ ກໍ່ຄວາມບໍ່ສະຫງົບໃນເຂດຊຸມຊົນ ເຮັດໃຫ້ແຕກຕື່ນ ແລະ ເຈົ້າໜ້າທີ່ໄດ້ກວດພົບອາວຸດປືນດັດແປງ ( ປືນປະດິດ ) ຈໍານວນ 4 ກະບອກ.

ເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ໃຫ້ຮູ້ວ່າ: ໃນວັນທີ 4 ກັນຍາ 2021 ໄດ້ຮັບແຈ້ງວ່າ: ເວລາ 18:00 ໂມງ ໄດ້ຍິນສຽງປືນດັງຂຶ້ນ 1 ນັດ ຢູ່ເຂດບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ຈຶ່ງລົງຕິດຕາມ ແລະ ກວດກາສະຖານທີ່ເກີດເຫດ ຈິ່ງຮູ້ວ່າຜູ້ກໍ່ຄວາມບໍ່ສະຫງົບ ຊື່ ທ້າວ ພານຸລັກ ຫຼື ຕິ່ງ. ຕົກມາວັນທີ 7 ກັນຍາ 2021 ເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ໄດ້ສົມທົບກັບສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ສີບຸນເຮືອງ ແລະ ການຈັດຕັ້ງບ້ານ ເຂົ້າກັກຕົວຜູ້ກ່ຽວຢູ່ເຮືອນ ພ້ອມຢຶດອາວຸດປືນດັດແປງຂອງຜູ້ກ່ຽວ; ການສອບສວນເບື້ອງຕົ້ນ ຜູ້ກ່ຽວຮັບສາລະພາບວ່າ: ປືນ 4 ກະບອກ ຕົນໄດ້ປະດິດຂຶ້ນມາເອງ ໂດຍນໍາໃຊ້ໄວ້ເພື່ອລ່າສັດ ແລະ ໄດ້ຍິງປືນໜຶ່ງນັດຂຶ້ນຟ້າ ໃນເຂດເຮືອນຂອງຕົນແທ້. ປັດຈຸບັນ ປກສ ກຸ່ມໜອງໜ້ຽວ ໄດ້ສົ່ງຕົວຜູ້ກ່ຽວ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີ.