UNSC ຫາລືສະຖານະການຮຸນແຮງ ຢູ່ລັດຍະໄຂ່ຂອງມຽນມາ

ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫາລືກ່ຽວກັບສະຖານະການສູ້ຮົບນອງເລືອດຢູ່ລັດຍະໄຂ່ຂອງມຽນມາ. ເຖິງວ່າຍັງບໍ່ມີຖະແຫລງການຢ່າງເປັນທາງການ, ແຕ່ອັງກິດຢືນຢັນວ່າກອງປະຊຸມປະນາມສະຖານະການຮຸນແຮງທີ່ເກີດຂຶ້ນ ເຊິ່ງມີຜູ້ເສຍຊີວິດແລ້ວຫລາຍກວ່າ 110 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດອາເມລິກາ ໃນວັນທີ 30 ສິງຫາວ່າ: ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຈັດກອງປະຊຸມສຸກເສີນເພື່ອຫາລືກ່ຽວກັບສະຖານະການຢູ່ລັດຍະໄຂ່ ທາງຕາເວັນຕົກສຽງເໜືອຂອງມຽນມາ ໃນວັນທີ 30 ສິງຫາ ຕາມການຮຽກຮ້ອງຂອງສະຫະລາຊະອານາຈັກ ເຊິ່ງເປັນ 1 ໃນ 5 ສະມາຊິກຖາວອນຂອງ UNSC ໂດຍກອງປະຊຸມຄັ້ງນີ້ມີຂຶ້ນທ່າມກາງການສູ້ຮົບລະຫວ່າງກອງທັບມຽນມາກັບກອງທັບກອບກູ້ໂຣຮິນຈາແຫ່ງອາຣະກັນ (ອາຣຊາ) ທີ່ຍືດເຍື້ອມາ 1 ອາທິດແລ້ວ ແລະ ສົ່ງຜົນໃຫ້ຊາວໂຣຮິນຈາຫລາຍກວ່າ 18.500 ຄົນ ພະຍາຍາມອົບພະຍົບລີ້ໄພຂ້າມຊາຍແດນທຳມະຊາດບໍລິເວນແມ່ນ້ຳນາບ ເຊິ່ງເປັນພື້ນທີ່ຂັດແຍ່ງລະຫວ່າງແນວຮົບໄປບັງກະລາເທດ.
ເຖິງວ່າ UNSC ຍັງບໍ່ມີຖະແຫລງການຢ່າງເປັນທາງການໃນເລື່ອງນີ້, ແຕ່ທ່ານ ແມກທິວ ໄຣຄອບ ເອກອັກຄະລັດຖະທູດສະຫະລາຊະອານາຈັກປະຈຳສະຫະປະຊາຊາດ (UN) ກ່າວວ່າ: UNSC ຍັງສະໜັບສະໜູນການປະຕິຮູບຕາມນະໂຍບາຍຂອງລັດຖະບານພົນລະເຮືອນມຽນມາ, ແຕ່ກອງປະຊຸມຂໍປະນາມສະຖານະການຮຸນແຮງທີ່ເກີດຂຶ້ນຢູ່ລັດຍະໄຂ່ຂອງມຽນມາ ແລະ ຮຽກຮ້ອງໃຫ້ຄູ່ກໍລະນີທຸກຝ່າຍຢຸດການສູ້ຮົບກັນໂດຍໄວ. ທັງນີ້ ຈຳນວນຜູ້ເສຍຊີວິດຕາມການເປີດເຜີຍຂອງລັດຖະບານມຽນມາມີຢ່າງໜ້ອຍ 110 ຄົນ ສ່ວນຫລາຍເປັນສະມາຊິກອາຣຊາ ແລະ ມີເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງລວມຢູ່ນຳຢ່າງໜ້ອຍ 11 ຄົນ.

