ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 7 ຕຸລາ 2020

- ການຂາດດຸນທາງການຄ້າຂອງອາເມລິກາ ໃນເດືອນສິງຫາມີ 6,71 ໝື່ນລ້ານໂດລາ ເຊິ່ງເປັນລະດັບສູງທີ່ສຸດໃນຮອບ 14 ປີ ເຖິງວ່າການສົ່ງອອກຈະເພີ່ມຂຶ້ນ 2,2% ເມື່ອທຽບໃສ່ເດືອນກ່ອນໜ້າ, ແຕ່ການນຳເຂົ້າກໍເພີ່ມຂຶ້ນເຖິງ 3,2% ແລະ ຕົວເລກດັ່ງກ່າວອອກມາບໍ່ກົງກັບຄວາມຄາດຫວັງຂອງທ່ານ ທຣຳ ໃນຊ່ວງໃກ້ການເລືອກຕັ້ງ. ຂະນະທີ່ທ່ານໃຫ້ຄຳໝັ້ນສັນຍາເລື້ອຍໆວ່າ: ຈະຫລຸດການຂາດດຸນ ໂດຍເຈລະຈາຂໍ້ຕົກລົງທາງການຄ້າກັບຈີນທີ່ທ່ານກ່າວວ່າ: “ບໍ່ຍຸຕິທຳ”.
- ຕະຫລາດຫຸ້ນອາເມລິກາຫລຸດລົງຫລັງຈາກປະທານາທິບໍດີ ໂດນັລ ທຣຳ ກ່າວວ່າ: ທ່ານໄດ້ຢຸດການເຈລະຈາກັບພັກ Democrat ກ່ຽວກັບມາດຕະການກະຕຸ້ນເສດຖະກິດຄັ້ງໃໝ່ໄປຈົນຮອດຫລັງການເລືອກຕັ້ງໃນວັນທີ 3 ພະຈິກ.
ທ່ານ ທຣຳ ເຊິ່ງກຳລັງຮັບການປິ່ນປົວ COVID-19 ກ່າວໂທດ Nancy Polosi ໂຄສົກຂອງສະພາຜູ້ແທນອາເມລິກາວ່າ: ລົ້ມເຫລວໃນການເຮັດຂໍ້ຕົກລົງ. ຂະນະທີ່ທ່ານໂພສທະວິດເຕີວ່າ: ກຳລັງມີຄວາມຕ້ອງການໃຫ້ວຸດທິສະພາທີ່ຄວບຄຸມໂດຍພັກ Republican ມຸ່ງໃສ່ການຢືນຢັນໃຫ້ Amy Coney Barrett ເຂົ້າຮັບຕຳແໜ່ງໃນສານດີກາ.
- Facebook ໄດ້ຈັດປະເພດຂອງ QAnon ເຊິ່ງເປັນຊຸມຊົນທິດສະດີສົມຄົບຄິດວ່າເປັນສິ່ງທີ່ອັນຕະລາຍ ແລະ ເລີ່ມລົບກຸ່ມ-ບັນຊີ Instagram ທີ່ອ້າງວ່າເປັນຕົວແທນຂອງການເຄື່ອນໄຫວກ່ຽວກັບທິດສະດີດັ່ງກ່າວ.
ຂັ້ນຕອນນີ້ຄືການເພີ່ມລະດັບນະໂຍບາຍຄວບຄຸມແຫລ່ງຂ່າວທີ່ນຳມາໃຊ້ນັບແຕ່ເດືອນສິງຫາ ເຊິ່ງລວມທັງການປິດກຸ່ມໃນ Facebook ທີ່ສົ່ງເສີມຄວາມຮຸນແຮງເຖິງ 1 ໃນ 3 ຂອງທັງໝົດ. ຂະນະທີ່ຜູ້ເຜີຍແຜ່ QAnon ເລີ່ມໃຊ້ພາສາລະຫັດເຊັ່ນ “cue” ເພື່ອຫລີກລ່ຽງການກວດຈັບ.
- ລາຍງານຂອງສະພາຄອງເກຣດ ໄດ້ຮຽກຮ້ອງໃຫ້ກຸ່ມບໍລິສັດຍັກໃຫຍ່ທາງດ້ານເຕັກໂນໂລຊີຢຸດການລະເມີດຄວາມສາມາດໃນການແຂ່ງຂັນຂອງບໍລິສັດອື່ນໆ ໂດຍກ່າວຫາວ່າ: Amzon, Apple, Google ແລະ Facebook ໄດ້ໃຊ້ອຳນາດຕະຫລາດໃນທາງທີ່ຜິດ.
ນອກຈາກນີ້ ຍັງຊີ້ໃຫ້ເຫັນວ່າ ກົດໝາຍຕໍ່ຕ້ານການຜູກຂາດຂອງອາເມລິກາ ຈຳເປັນຕ້ອງໄດ້ຮັບການປະຕິຮູບໃໝ່ ເພື່ອປ່ຽນແປງພຶດຕິກຳຂອງບໍລິສັດຊັ້ນນຳເຫລົ່ານີ້ ເຊັ່ນການບັງຄັບໃຫ້ພວກເຂົາປັບໂຄງສ້າງ ເພື່ອກີດກັນການໃຊ້ອຳນາດໃນການທຳຮ້າຍຄູ່ແຂ່ງ.
- ຣັດເຊຍລາຍງານຜູ້ຕິດເຊື້ອ COVID-19 ສູງສຸດຕໍ່ມື້ 11.615 ຄົນນັບແຕ່ວັນທີ 11 ພຶດສະພາ. ຂະນະທີ່ແນວທາງຂອງປະເທດໃນການຄວບຄຸມການແຜ່ລະບາດຖືເປັນເລື່ອງທີ່ແຫວກແນວກວ່າປະເທດອື່ນໆ ໂດຍການທີ່ຣັດເຊຍໄດ້ອະນຸມັດວັກຊີນຊະນິດທຳອິດ ກ່ອນຈະມີການທົດລອງໃນກຸ່ມຕົວຢ່າງຂະໜາດໃຫຍ່ ເພື່ອພິສູດປະສິດທິພາບທີ່ແທ້ຈິງຂອງມັນໃນຮ່າງກາຍຄົນ ແລະ ມາຮອດປັດຈຸບັນ ພວກເຂົາຍັງແຈກຢາຍວັກຊີນໃຫ້ແກ່ກຸ່ມທີ່ມີຄວາມສ່ຽງສູງເທົ່ານັ້ນ, ສ່ວນວັກຊີນຊະນິດທີ 2 ຂອງພວກເຂົາກໍໄດ້ຮັບການອະນຸມັດຢ່າງວ່ອງໄວແລ້ວເຊັ່ນກັນ.
- ສານຂອງປະເທດເກຣັກໄດ້ຕັດສິນໃຫ້ພັກ Golden Dawn ເປັນອົງກອນອາຊະຍາກຳທີ່ມີຄວາມຜິດທາງອາຍາ ໂດຍສະມາຊິກຂອງພັກອະນຸລັກນິຍົມແຫ່ງນີ້ຖືກກ່າວຫາວ່າມີສ່ວນກ່ຽວຂ້ອງໃນການກໍ່ອາດຊະຍາກຳຫລາຍຢ່າງ ລວມທັງການສັງຫານ Pavlos Fyass ໃນປີ 2013 ເຊິ່ງທ່ານເປັນ Rapper ທີ່ຕໍ່ຕ້ານລັດທິອະນຸລັກນິຍົມທີ່ມີການຢຽດໃນດ້ານຕ່າງໆ (Fascist).
ຜູ້ຄົນຫລາຍພັນຄົນໄດ້ອອກມາປະທ້ວງຕໍ່ຕ້ານກຸ່ມຢຽດນີ້. ຂະນະທີ່ຕຳຫລວດຈັດກຳລັງເຈົ້າໜ້າທີ່ພິເສດ 2.000 ຄົນ ເພື່ອຮັບມືການຊຸມນຸມ ແລະ ຍິງແກັສນ້ຳຕາໃນການປະທະກັນໃນຊ່ວງຕົ້ນ.
- ຝ່າຍຄ້ານໃນປະເທດ Kyrgyzstan ໄດ້ເຂົ້າຢຶດອຳນາດລັດຖະບານ ຫລັງຈາກມີຜົນການເລືອກຕັ້ງໃນວັນທີ 4 ຕຸລາຜ່ານມາ ເຊິ່ງເຫັນໄດ້ຈະແຈ້ງວ່າ ພັກທີ່ກ່ຽວຂ້ອງກັບປະທານາທິບໍດີ Sooronbay Jeyenbeko ໄດ້ຮັບໄຊຊະນະ (ແຕ່ກໍເປັນໂມຄະຫລັງເກີດລັດຖະປະຫານ).
ລະຫວ່າງການປະທ້ວງຢ່າງຮຸນແຮງ ເພື່ອຕໍ່ຕ້ານການສໍ້ໂກງທີ່ຝ່າຍຄ້ານກ່າວ ອາຄານຂອງລັດຖະສະພາຖືກບຸກໂຈມຕີໂດຍຜູ້ປະທ້ວງ ແລະ ນັກໂທດຈຳນວນໜຶ່ງໄດ້ຮັບການປ່ອຍຕົວອອກມາ ເຊິ່ງລວມທັງອະດີດປະທານາທິບໍດີ Almazbek Atambayev ທີ່ຕິກຄຸກໃນຂໍ້ຫາທຸຈະລິດ. ຂະນະທີ່ Jeyenbekov ກ່າວຫາວ່າ ຝ່າຍຄ້ານມີການຈັດສາກເພື່ອກໍ່ລັດຖະປະຫານ.
- ຊາວອິນໂດເນເຊຍຫລາຍ 1.000 ຄົນ ໄດ້ອອກມາແຫ່ຂະບວນຕາມທ້ອງຖະໜົນທົ່ວປະເທດ ເຊິ່ງເປັນສ່ວນໜຶ່ງຂອງການປະທ້ວງພັກວຽກ 3 ມື້ ເພື່ອຕໍ່ຕ້ານກົດໝາຍຈັດຫາງານໃໝ່ທີ່ພວກເຂົາກ່າວວ່າສະໜັບສະໜູນທຸລະກິດຫລາຍກວ່າກຳມະກອນ. ຂະນະທີ່ລັດຖະບານກ່າວວ່າ ຈຳເປັນຕ້ອງດຶງດູດການລົງທຶນ.
ເຖິງຢ່າງໃດກໍຕາມ, ຕະຫລາດຫຸ້ນອິນໂດເນເຊຍຍັງເພີ່ມຂຶ້ນ 1,3% ຫລັງຈາກມີຂ່າວອອກມາ. ຂະນະທີ່ບາງເມືອງ ຕຳຫລວດໄດ້ໃຊ້ປືນສີດນ້ຳ ແລະ ແກັສນ້ຳຕາເພື່ອສະຫລາຍຜູ້ຊຸມນຸມ.

