ກຸ່ມທຶນກາຕ້າ ສົນໃຈຊື້ຫຸ້ນ ສະເປີ 25%

ແຟນບານ ທັອດແນມ ຮັອດສະເປີ ມີລຸ້ນ ຫລັງມີກຸ່ມທຶນ Qatar Sport Invesment ຈາກກາຕ້າ ເຊິ່ງເປັນເຈົ້າຂອງທີມ ປາຣີສ ແຊັງ ແຊັກແມັງ ສົນໃຈຊື້ຫຸ້ນ ສະໂມສອນ 25% ຫລັງ ນາສເວີ ອັລ ເຄໄລຟີ ນັດເຈລະຈາ ແດນຽລ ເລວີ ເມື່ອອາທິດກ່ອນ.
The Telegraph ສື່ຊື່ດັງໃນປະເທດອັງກິດ ລາຍງານວ່າ ກຸ່ມທຶນຈາກປະເທດກາຕ້າ ພວມສົນໃຈທີ່ຈະລົງທຶນຊື້ຫຸ້ນຂອງສະໂມສອນ ທັອດແນມ ຮັອດສະເປີ ທີມດັງໃນພຣີເມຍລີກ ອັງກິດ ຫລັງ ນາສເຊີ ອັລ ເຄໄລຟີ ປະທານສະໂມສອນ ປາຣີສ ແຊັງ ແຊັກແມັງ ເຊິ່ງນັ່ງເປັນປະທານຂອງກຸ່ມທຶນດັ່ງກ່າວຢູ່ນຳນັ້ນ ໄດ້ມີການພົບປະກັບ ແດນຽລ ເລວີ ປະທານສະໂມສອນ ສະເປີ ທີ່ນະຄອນຫລວງລອນດອນເມື່ອອາທິດທີ່ຜ່ານມາ.
ລາຍງານລະບຸວ່າ ຂໍ້ສະເໜີໃນການຊື້ຫຸ້ນຂອງ ສະເປີ ໜ້າຈະຢູ່ທີ່ 1,000 ລ້ານປອນ ເພື່ອແລກກັບຫຸ້ນ 25% ຂອງສະໂມສອນ ໂດຍຜູ້ຊ່ຽວຊານດາ້ນການ ຊື້ຂາຍຫຸ້ນໄດ້ນຳສະເໜີແຜນການດັ່ງກ່າວໃຫ້ ອັລ ເຄໄລຟີ ແລະ ທີມງານແລ້ວ ແລະ ເວລານີ້ ກຸ່ມທຶນດັ່ງກ່າວກໍພວມພິຈາລະນາວ່າຈະມີການ ດຳເນີນການໃດໆ ເພື່ອຫຸ້ນຂອງທີມດັ່ງແຫ່ງນະຄອນຫລວງລອນດອນ ຫລື ບໍ່.
ແນວໃດກໍຕາມ ແຫລ່ງຂ່າວໃກ້ຊິດຂອງປະທານ ສະເປີ ຢືນຢັນວ່າ ເລວີ ກັບ ອັລ ເຄໄລຟີ ພົບປະກັນແບບຫມູ່ເພື່ອນເທົ່ານັ້ນ ບໍ່ໄດ້ມີການເວົ້າຈາເລື່ອງ ການຊື້ຂາຍຫຸ້ນຂອງສະເປີ ແຕ່ຢ່າງໃດ ແຕ່ຫລາຍຝ່າຍຍັງເຊື່ອວ່າ ກຸ່ມທຶນດັ່ງກ່າວ ເຊິ່ງຊື້ເປແອສເຊ ເມື່ອປີ 2021 ແລະ ມີທ່າອ່ຽງເດີນຕາມຮອຍກຸ່ມທຶນ ຈາກສະຫະລັດ ອາຣັບ ເອມີເຣສ ເຈົ້າຂອງທີມ ແມນເຊສເຕີ ຊິຕີ ດ້ວຍການຊື້ຫຸ້ນສະໂມສອນບານເຕະທົ່ວໂລກນັ້ນ ໜ້າຈະສົນໃຈຊື້ຫຸ້ນ ສະເປີ ແທ້ ຫລັງຈາກກ່ອນໜ້ານີ້ຫາກໍໄດ້ລົງທຶນ 90 ລ້ານປອນຊື້ຫຸ້ນຂອງ ບຣາກາ ທີມໃນລີກໂປຣຕຸເກສ ມາໄວ້ໃນຄອບຄອງເມື່ອເດືອນຕຸລາທີ່ຜ່ານມາ.

