ລູກາກູ ຍັງຢູ່ ເຊລຊີ ຕໍ່ໄປ ຫລັງການເຈລະຈາກັບ ທູເຄິລ ຮຽບຮ້ອຍແລ້ວ

ຟາບຣິຊີໂອ ໂຣມາໂນ ລາຍງານວ່າ ໂຣເມລູ ລູກາກູ ໄດ້ເຄຍໃຈກັບ ໂທມັສ ທູເຄິລ ຮຽບຮ້ອຍແລ້ວ ແລະ ຈະບໍ່ຍ້າຍທີມໃນໄລຍະເດືອນມັງກອນນີ້ ຫລັງອອກມາໃຫ້ສຳພາດວ່າບໍ່ມີຄວາມສຸກກັບທີມກ່ອນຫນ້ານີ້.
ຟາບຣິຊີໂອ ໂຣມາໂນ ນັກຂ່າວຊື່ດັງຊາວອີຕາລີ ຜູ້ຊ່ຽວຊານດ້ານຕະຫລາດຊື້-ຂາຍນັກເຕະ ລາຍງານວ່າ ໂຣເມລູ ລູກາກູ ດາວຍິງເຊລຊີ ທີມໃຫຍ່ແຫ່ງພຣີເມຍລີກອັງກິດ ຍັງຄົງເປັນນັກເຕະຂອງເຊລຊີຕໍ່ໄປ ແລະ ຈະບໍ່ຍ້າຍທີມໃນໄລຍະເປີດຕະຫລາດນັກເຕະເດືອນມັງກອນນີ້ ຫລັງນັກເຕະໄດ້ລົມກັບ ໂທມັສ ທູເຄິລ ຜູ້ຈັດການຂອງທີມຮຽບຮ້ອຍແລ້ວ ເມື່ອວັນຈັນທີ່ຜ່ານມາ.
ກ່ອນຫນ້ານີ້ ລູກາກູ ສ້ງາຄວາມປ່ັນປ່ວນໃນທີມ ຫລັງອອກມາໃຫ້ສຳພາດຜ່ານສື່ວ່າບໍ່ມີຄວາມສຸກກັບສະຖານະການຂອງຕົນເອງກັບສະໂມສອນ ແລະ ບໍ່ພໍໃຈທີ່ ທູເຄິລ ເລືອກປ່ຽນລະບົບການຫລິ້ນເຮັດໃຫ້ຕົນເອງໄດ້ຮັບໂອກາດລົງສະຫນາມຫນ້ອຍລົງ ແລະ ຍັງບອກວ່າຢາກກັບໄປ ອິນເຕີ ມິລານ ນຳອີກ ສົ່ງຜົນໃຫ້ ທູເຄິລ ຕັດສິນໃຈຕັດຊື່ລາວອອກຈາກທີມໃນເກມລີກນັດເປີດສະເຫມີກັບ ລີເວີພູລ 2-2 ເມື່ອວັນອາທິດທີ່ຜ່ານມາ.
ແນວໃດກໍຕາມ ຫລັງຈາກມີການເຈລະຈາກັນລະຫວ່າງ ທູເຄິລ ກັບ ລູກາກູ ໂຣມາໂນ ໄດ້ລະບຸວ່າ ທຸກຢ່າງເປັນໄປໃນທິດທາງທີ່ດີ ແລະ ເຊລຊີ ຈະບໍ່ປ່ອຍດາວຍິງຄົນນີ້ອອກໄປໃນໄລຍະເດືອນມັງກອນນີ້ແນ່ນອນ ຂະນະທີ່ ລູກາກູ ກໍກັບມາລົງຊ້ອມກັບທີມຢ່າງຕັ້ງຫນ້າເມື່ອວັນຈັນທີ່ຜ່ານມານຳອີກ.

