ໂຣນັລໂດ ເໜືອ ເມສຊີ ເປີດລາຍຊື່ 10 ນັກເຕະມີລາຍໄດ້ສູງສຸດຕໍ່ 1 ໂພສ

ເປີດລາຍຊື່ 10 ນັກເຕະບານທີ່ສ້າງລາຍໄດ້ສູງສຸດຕໍ່ 1 ໂພສ ໃນອິນສະຕາແກຣມ ໂຣນັລໂດ ຍັງຄອງທີ 1 ເຖິງວ່າ ເມສຊີ ໄດ້ແຊ໊ມບານໂລກ 2022.

Hopper HQ ບໍລິສັດວິເຄາະຂໍ້ມູນການຕະຫລາດໃນອິນສະຕາແກຣມ ເຜີຍຜົນການຈັດອັນນັກເຕະບານທີ່ສ້າງລາຍໄດ້ຫລາຍທີ່ສຸດຈາກການໂພສພາບ ແລະ ວີດີໂອ ທີ່ໄດ້ຮັບການສະໜັບສະໜູນໃນອິນສະຕາແກຣມ ປະຈຳປີ 2022 ໂດຍພິຈາລະນາຈາກປັດໄຈຕ່າງໆເຊ່ັນ : ການມີສ່ວນຮ່ວມໂດຍສະເລ່ຍ, ຄວາມຖີ່ໃນການໂພສ, ຈຳນວນຜູ້ຕິດຕາມ.

ຜົນປາກົດວ່າ : ຄຣິສຕຽນໂນ ໂຣນັລໂດ ຍອດດາວຍິງທີມຊາດໂປຣຕຸເກສ ທີ່ຫາກໍຍ້າຍໄປຫລິ້ນກັບສະໂມສອນ ອັລ ນາສເຊີ ທີມມະຫາເສດຖີໃນ ລີກສູງສຸດຂອງຊາອຸດິອາຣະເບຍ ຫລັງຍົກເລີກສັຍຍາກັບ ແມນເຊສເຕີ ຢູໄນເຕັດ ສະໂມສອນຊັ້ນນຳຂອງພຣີເມຍລີກ ອັງກິດ ຍັງຄອງອັນດັບ 1 ຂະນະທີ່ ລີໂອເນລ ເມສຊີ ຍອດາວຍິງຫົວໜ້າທີມຊາດອາເຈນຕີນາ ຊຸດແຊ໊ມບານໂລກ 2022 ຈາກສະໂມສອນປາຣີສ ແຊັງ ແຊັກແມັງ ຕາມມາເປັນອັນດັບ 2 ສ່ວນ ເນມາ ດາວຍິງທີມຊາດບຣາຊິລ ຫມູ່ຮ່ວມທີມເປແອສເຊ ຂອງເມສຊີ ຢູ່ອັນດັບ 3.

ສຳລັບ ຄຣິສຕຽນໂນ ໂຣນັລໂດ ໄດ້ຮັບການປະເມີນວ່າສາມາດສ້າງລາຍໄດ້ສູງເຖິງ 2 ລ້ານປອນ/ 1 ໂພສໃນອິນສະຕາແກຣມ ເນື່ອງຈາກມີຜູ້ຕິດຕາມຫລາຍ ທີ່ສຸດ ດ້ວຍຈຳນວນ 529 ລ້ານຄົນ ປະກອບກັບການມີສິນຄ້າ, ຜະລິດຕະພັນ ແລະ ບໍລິສັດຊັ້ນນຳຕ່າງໆເຂົ້າມາເປັນຜູ້ສະໜັບສະໜູນຫລາຍລາຍ ເຊ່ັນ : ໄນກີ້, ເຄລຍ, ຫລຸຍ ວິດຕອງ, ໄບແນນ (ເວັບເທຣດຄຣິບໂຕຄອບເຣນຊີ ທີ່ໃຫຍ່ທີ່ສຸດໃນໂລກ), ແອບພລີເຄຊັນ ໄລສະກໍ.

10 ອັນດັບທຳອິດ ນັກເຕະບານທີ່ສ້າງລາຍໄດ້ຫລາຍທີ່ສຸດຕໍ່ 1 ໂພສ ໃນອິນສະຕາແກຣມ ປີ 2022.

  1. ຄຣິສຕຽນໂນ ໂຣນັລໂດ : 2 ລ້ານປອນ/ໂພສ
  2. ລີໂອເນລ ເມສຊີ : 1,5 ລ້ານປອນ/ໂພສ
  3. ເນມາ : 784,000 ປອນ/ໂພສ
  4. ເດວິດ ເບັກແຮມ : 330,000 ປອນ/ໂພສ
  5. ໂຣນັລດິນໂຢ : 299,000 ປອນ/ໂພສ
  6. ຊະລາຕັນ ອິບຣາຮີໂມວິດ : 241,000 ປອນ/ໂພສ
  7. ໂມຮາເຫມັດ ຊາລາ : 228,000 ປອນ/ໂພສ
  8. ແກເຣັສ ເບລ : 212,000 ປອນ/ໂພສ
  9. ຫລຸຍ ຊົວເຣສ : 196,000 ປອນ/ໂພສ
  10. ໂທນີ ໂຄຣສ : 152,000 ປອນ/ໂພສ.