ໂຣມາໂນ ຢືນຢັນ! ແມນຢູ ປິດດີລ ຄວ້າໂຕ ອັງເດຣ ໂອນານາ ຮ່ວມທີມເປັນທີ່ຮຽບຮ້ອຍ

ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ຂອງ ພຣີເມຍລີກ ອັງກິດ ໄດ້ສຳເລັດໃນການຄວ້າໂຕຜູ້ຮັກສາປະຕູ ອິນເຕີ ມິລານ ອັງເດຣ ໂອນານາ ຕາມການລາຍງານຂອງ ຟາບຣິຊິໂອ ໂຣມາ ນັກຂ່າວທີ່ມີຊື່ສຽງ. ໃນວັນອາທິດທີ 16 ກໍລະກົດ ທີ່ຜ່ານມາ.

ທີມຂອງຄູຝຶກ ເອຣິກ ເທນຮາກ ແລະ ທັບ “Nerazzurri” ໄດ້ບັນລຸຂໍ້ຕົກລົງຊື້ຂາຍ. ຜູ້ຮັກສາປະຕູຂອງທີມຊາດ ແຄມເມີຣູນ ສໍາເລັດຮຽບຮ້ອຍແລ້ວ ໂດຍນັກເຕະຈະເດີນທາງໄປກວດຮ່າງກາຍກັບທັບ “ຜີສາດແດງ” ແລະ ພ້ອມກັບເຊັນສັນຍາ.

ທັງນີ້ ແມນເຊັສເຕີ ຢູໄນເຕັດ ປະສົບຄວາມສຳເລັດໃນການຄວ້າຕົວແທນມື 1 ມາແທນທີ່ ດາບິດ ເດ ເກອາ ທີີ່ຕັດສີນໃຈອຳລາສະໂມສອນຫລັງໝົດສັນຍາໃນວັນທີ 30 ມິຖຸນາທີ່ຜ່ານມາ. ແລະ ທັງເປັນນັກເຕະຄົນທີ 2 ທີ່ “ຜີສາດແດງ” ຄວ້າມາເສີມທັບໃນຊ່ວງຊຳເມີນີ້ ຕໍ່ຈາກ ເມສັນ ເມົ້າ.