ແມນຢູ ເລັງເປົ້າ ໂຄໂລ ມູອາມີ ເສີມກອງໜ້າ

ແມນເຊສເຕີ ຢູໄນເຕັດ ຍັງຕົກເປັນຂ່າວກັບກອງໜ້າຊື່ດັງຢ່າງຕໍ່ເນື່ອງ ຫລ້າສຸດກຽມເລັງເປົ້າມຫາຍໄປທີ່ ຣ໊ອງດາລ ໂຄໂລ ມູອານີ ດາວຍິງຊາວຝຣັ່ງ ຂອງສະໂມສອນ ແຟຣັງເຟີ ມາເສີມທີມແລ້ວ.
ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ກຽມຍື່ນຂໍ້ສະເໜີຈຳນວນຫລາຍເຖິງ 60 ລ້ານຢູໂຣ ເພື່ອຂໍຊື້ ຣ໊ອດາລ ໂຄໂລ ມູອາມີ ດາວຍິງທີມຊາດຝຣັ່ງ ຂອງ ໄອທຣັກ ແຟຣັງເຟີດ ມາເສີມກອງໜ້າໃນໄລຍະເປີດຕະຫລາດນັກເຕະເດືອນມັງກອນ.
ສື່ໃນຝຣັ່ງ “ ເລ ກິບ ” ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ຢາກໄດ້ ໂຄໂລ ມູອາມີ ເຊິ່ງເຮັດສ້າງຜົນງານໃຫ້ຝຣັ່ງໄດ້ຢ່າງໂດດເດ່ັນໃນບານໂລກ 2022 ມາເສີມກອງໜ້າແທນ ຄຣິສຕຽນໂນ ໂຣນັລໂດ ດາວຍິງທີມຊາດໂປຣຕຸເກສ ທີ່ໂບກມືລາທີມໄປຫລິ້ນໃນຊາອຸດິ ອາຣະເບຍ ກັບ ອັລ ນາສເຊີ ຮຽບຮ້ອຍແລ້ວ.
ແນວໃດກໍຕາມ ແມນຢູ ອາດຈະຕ້ອງອອກແຮງເພື່ອແຂ່ງຂັນກັບ ບາເຢິນ ມິວນິກ ທີ່ສົນໃຈໃນຕົວ ໂຄໂລ ມູອາມີ ເຊັ່ນດຽວກັນ ຂະນະທີ່ ດາວຍິງອາຍຸ 24 ປີ ກໍເບິ່ງວ່າ ຍັງຢາກຈະຫລິ້ນກັບ ແຟຣັງເຟີດ ຕໍ່ໄປຈົນກວ່າຈະຈົບລະດູການນີ້ເປັນຢ່າງໜ້ອຍ.

