ຍອມຂາດທຶນ! ສື່ທ້ອງຖິ່ນເຜີຍວ່າແມນຢູ ພ້ອມປ່ອຍ ແມັກໄກວ ທັນທີ ຫາກມີທີມ ໃດກ້າຈ່າຍ 50 ລ້ານປອນ

ສື່ທ້ອງຖິ່ນຂອງ ແມນເຊັສເຕີ ຢູໄນເຕັດ ລະບຸວ່າ ແມນເຊສເຕີ ຢູໄນເຕັດ ຕ້ອງການຄ່າໂຕ 50 ລ້ານປອນໃຫ້ກັບທີມໃດກໍ່ໄດ້ທີ່ຢາກໄດ້ ແຮຣີ ແມັກໄກວ ໄປຮ່ວມທີມ ເຊິ່ງຍັງຖືວ່າ “ຜີສາດແດງ” ຂາດທຶນຫລາຍພໍສົມຄວນເມື່ອທຽບກັບເງິນທີ່ເຂົາເຈົ້າໃຊ້ໄປເພື່ອເອົາ ແມັກໄກວ ມາຮ່ວມທີມ.
ແມນເຊັສເຕີ ຢູໄນເຕັດ ຍອດສະໂມສອນຊັ້ນນຳໃນພຣີເມຍລີກອັງກິດ ຕັ້ງລາຄາຂອງ ແຮຣີ ແມັກໄກວ ຢູ່ທີ່ 50 ລ້ານປອນ ຕາມການລາຍງານຂອງ ສື່ທ້ອງຖິ່ນຂອງ ແມນເຊສເຕີ ຢູໄນເຕັດ.
ໃນລະດູການ 2022-23 ແມັກໄກວ ເປັນຕົວຮອງລຳດັບທ້າຍໆຂອງ ຢູໄນເຕັດ ເຮັດໃຫ້ລົງຫຼິ້ນໃນລີກພຽງ 16 ນັດ ແລະ ຮ້າຍແຮງກວ່າອີກເມື່ອໄດ້ຮັບໂອກາດລົງຫລິ້ນກໍ່ເຮັດໃຫ້ຖືກຕຳນິຕະຫລອດ.

