ເງິນກີບອ່ອນຄ່າຍ້ອນບັນຫາຫລາຍຢ່າງ ທີ່ຖືກປ່ອຍປະລະເລີຍ ຊຳເຮື້ອມາຍາວນານ

ໂດຍ: ທິດກໍ່າ

ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານການຈັດຕັ້ງປະຕິບັດແຜນເງິນຕາປະຈຳປີ 2022 ແລະ ແຜນເງິນຕາປະຈຳປີ 2023 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໂດຍຊີ້ແຈງເຖິງສາເຫດທີ່ເຮັດໃຫ້ເງິນກີບອ່ອນຄ່ານັ້ນແມ່ນຍ້ອນການຄຸ້ມຄອງເງິນຕາຕ່າງປະເທດຂອງທຸກພາກສ່ວນທີ່ກ່ຽວຂ້ອງຍັງບໍ່ທັນກົມກຽວ ແລະ ຮັດກຸມ ສົ່ງຜົນໃຫ້ສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດຈາກການສົ່ງອອກ ແລະ ເງິນລົງທຶນຈາກຕ່າງປະເທດຈຳນວນຫລາຍຍັງບໍ່ທັນເຂົ້າມາໃນປະເທດຜ່ານລະບົບທະນາຄານຕາມລະບຽບການ ຈຶ່ງເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍ, ສ້າງຄວາມບໍ່ສົມດູນກັນລະຫວ່າງຄວາມຕ້ອງການ ແລະ ຄວາມສາມາດທີ່ຈະສະໜອງເງິນຕາຕ່າງປະເທດໄດ້ຢ່າງພຽງພໍ.

ການອ່ອນຄ່າຂອງເງິນກີບຍັງໄດ້ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນເຖິງສອງຕົວເລກນັບແຕ່ເດືອນພຶດສະພາເປັນຕົ້ນມາ, ຄາດວ່າຍັງຈະສືບຕໍ່ເພີ່ມຂຶ້ນອີກຕໍ່ໄປໃນຕໍ່ໜ້າ.
ຢ່າງໃດກໍດີ, ເວົ້າເຖິງສະພາບເງິນກີບອ່ອນຄ່າມັນກໍມາຈາກຫລາຍປັດໄຈ ບໍ່ສະເພາະແຕ່ບັນຫາທີ່ໄດ້ກ່າວມາຂ້າງເທິງ.

ໃນຕົວຈິງມັນໄດ້ເລີ່ມສະສົມເປັນຊຳເຮື້ອມາຫລາຍສິບປີແລ້ວ ເລີ່ມແຕ່ນ້ອຍຫາໃຫຍ່, ເລີ່ມແຕ່ຕໍ່າຫາສູງ ຈົນມາຮອດປັດຈຸບັນມັນກໍເລີຍແຕກດອກອອກຈາວເຖິງຂັ້ນເຖິງຂີດຄາດວ່າ ຖ້າສະພາບເປັນແບບນີ້ມັນອາດຈະໄດ້ປິ່ນປົວແກ່ຍາວໄປຫລາຍເດືອນ ຫລື ຫລາຍປີເງິນກີບລາວຈຶ່ງຈະຫວນກັບມາຟື້ນຕົວແຂງຄ່າໃຫ້ເຮົາເຫັນຢ່າງປະຈັກຕາໃນອະນາຄົດ. ອັນສາເຫດກໍຍ້ອນວ່າສະພາບໃນປັດຈຸບັນ ເຮົາຍັງມີສັບພະບັນຫາຫລາຍຢ່າງທີ່ເປັນປັດໄຈເຮັດໃຫ້ເງິນກີບອ່ອນຄ່າ ເຊິ່ງກ່ອນອື່ນໝົດເຮົາຕ້ອງເຂົ້າໃຈວ່າ ປັດຈຸບັນລາວເຮົາຍັງບໍ່ທັນກຸ້ມຕົນເອງເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງທາງດ້ານເສດຖະກິດໃນທຸກດ້ານເທື່ອ.

ນອກນັ້ນ ບັນຫາທີ່ມັນເກີດຂຶ້ນກັບປະເທດລາວ ຄົນລາວ ແລະ ເສດຖະກິດລາວມັນມີຫລາຍບັນຫາເຊັ່ນ: ການຄຸ້ມຄອງເງິນຕາບໍ່ໄດ້, ບໍ່ໄປຕາມກົດໝາຍ, ຍັງປະປ່ອຍໃຫ້ຮ້ານແລກປ່ຽນເງິນຕາ, ຮ້ານເລັກຮ້ານນ້ອຍເຮັດກັນແບບຊະຊາຍ, ໃນປະເທດລາວມີການໃຊ້ຈ່າຍເງິນບາດ, ເງິນໂດລາຢ່າງເສລີໂດຍບໍ່ຜ່ານການແລກປ່ຽນໃນທະນາຄານ. ນອກຈາກນັ້ນ ການຜະລິດສິນຄ້າທຸກຢ່າງເພື່ອສະໜອງພາຍໃນບໍ່ທັນເຂັ້ມແຂງ ໂດຍສະເພາະການຜະລິດຂະໜາດນ້ອຍ, ຂະໜາດກາງ ຍັງອາໄສສິນຄ້າຈາກພາຍນອກຢ່າງຫລວງຫລາຍ, ການເກືອດຫ້າມສິນຄ້າຈາກພາຍນອກທີ່ເຮົາສາມາດຜະລິດໄດ້ກໍບໍ່ມີຜົນສັກສິດ, ລວາດແຂ້ວເຕົ່າ, ສິນຄ້າຈາກໄທຍັງຫລັ່ງໄຫລເຂົ້າມາລາວຕິກໆ ນັບແຕ່ພືດຜັກ, ປາແດກ, ແປ້ງນົວ, ຊີ້ນປາອາຫານ ແລະ ອື່ນໆ. ສະຕິຄວາມເປັນເຈົ້າຂອງຄົນລາວເຮົາກໍຍັງບໍ່ທັນສູງເທົ່າທີ່ຄວນ, ມັກໄປນິຍົມໃຊ້ແຕ່ຂອງຕ່າງປະເທດ, ຄວາມເຫັນແກ່ຜົນປະໂຫຍດສ່ວນຕົວຫລາຍກວ່າຜົນປະໂຫຍດຂອງຊາດ ແລະ ຍັງມີສັບພະບັນຫາຫລາຍຢ່າງທີ່ເຮັດໃຫ້ເງິນກີບລາວເຟີ້. ນີ້ລະຄືຜົນພວງທີ່ຄົນລາວເຮົາເອງເຮັດໃຫ້ເງິນກີບອ່ອນຄ່າ.

ເຖິງຢ່າງໃດກໍດີ, ໃນອະນາຄົດ ຖ້າແກ້ຂໍ້ຄົງຄ້າງ, ຂອດອຸດຕັນໄດ້ ເງິນກີບຈະກັບມາແຂງຄ່າໃຫ້ພວກເຮົາເຫັນຢ່າງປະຈັກຕາ ເປັນຕົ້ນອັນທີໜຶ່ງ ຕ້ອງແກ້ລະບົບການຄຸ້ມຄອງເງິນຕາເຂົ້າສູ່ລະບົບຢ່າງເດັດຂາດ, ປາບຮ້ານແລກປ່ຽນເງິນຕາ, ຮ້ານເລັກຮ້ານນ້ອຍທີ່ເກາະຫ້ອຍໃນແຕ່ລະວັນ. ພວກຕ່າງປະເທດທີ່ມາລົງທຶນ ກ່ອນອື່ນຕ້ອງເອົາເງິນຕາເຂົ້າທະນາຄານກ່ອນ ຈຶ່ງອະນຸຍາດການລົງທຶນ ຫລື ອອກທະບຽນໃຫ້, ຫ້າມໃຊ້ເງິນບາດ, ເງິນໂດລາຢ່າງເສລີໃນປະເທດລາວ, ຖ້າຜູ້ໃດລະເມີດໃຫ້ປັບໄໝໃສ່ໂທດ. ນີ້ຄືປັດໄຈໜຶ່ງໃນຫລາຍປັດໄຈທີ່ຈະເຮັດໃຫ້ເງິນກີບລາວກັບມາແຂງຄ່າ.