ຫລັງປີໃໝ່ສິນຄ້າໃນຕະຫລາດຍັງຢູ່ໃນເກນປົກກະຕິ

ໃນວັນທີ 13 ມັງກອນນີ້, ນັກຂ່າວໜັງສືພິມລາວພັດທະນາໄດ້ລົງຕິດຕາມສະພາບລາຄາສິນຄ້າໃນທ້ອງຕະຫລາດ ໃນໄລຍະກະກຽມບຸນປີໃໝ່ຂອງຊາວ-ຈີນ ແລະ ຂາວຫວຽດນາມ ເຫັນວ່າ: ສິນຄ້າປະເພດອຸປະໂພກ-ບໍລິໂພກມີການເໜັງຕີງເຊັ່ນ: ຊີ້ນງົວມີລາຄາລະຫວ່າງ 75 – 80 ພັນກີບຕໍ່ກິໂລ, ຊີ້ນໝູ 40 – 45 ພັນກີບຕໍ່ກິໂລ,ເປັດ-ໄກ່ 50 – 55 ພັນກີບຕໍ່ກິໂລ, ປານິນ 18 – 22 ພັນກີບຕໍ່ກິໂລ, ສ່ວນພືດຜັກຕ່າງໆເຊັ່ນ: ຜັກບົ້ງ, ຜັກສະຫຼັດ, ຫອມບົ່ວ, ຫອມປ້ອມ, ໝາກເຜັດ, ໝາກນາວ, ໝາກເລັ່ນ, ໝາກເຂື່ອ ແລະ ຜັກອື່ນໆ ກໍມີລາຄາແພງຂຶ້ນເລັກໜ້ອຍປະມານ 2-3 ພັນກີບຕໍ່ກິໂລ,ເຊິ່ງການເໜັງຕີງເພີ່ມຂຶ້ນຂອງລາຄາສິນຄ້າດັ່ງກ່າວແມ່ນມີຜົນມາຈາກຄວາມຕ້ອງການໃນຊ່ວງໄລຍະນີ້ມີສູງ, ຊາວຄ້າຂາຍຈໍານວນໜຶ່ງບອກນັກຂ່າວພວກເຮົາວ່າ: ເປັນເລື່ອງປົກກະຕິພໍຮອດເທດສະການຕ່າງໆລາຄາສິນຄ້າອຸປະໂພກ-ບໍລິໂພກຈະຖີບໂຕສູງຂຶ້ນເລັກໜ້ອຍຕາມກົນໄກຕະຫຼາດ, ເນື່ອງຈາກມີປະຊາຊົນມາຈັບຈ່າຍຊື້ສິນຄ້າເປັນຈຳນວນຫຼາຍ, ບວກກັບສິນຄ້າບາງປະເພດບໍ່ພຽງພໍກັບຄວາມຕ້ອງການ, ແຕ່ແນວໃດກໍຕາມເຫັນວ່າລາຄາສິນຄ້າໃນທ້ອງຕະຫຼາດຕ່າງໆຢູ່ນະຄອນຫຼວງວຽງຈັນແມ່ນຍັງຢູ່ໃນເກີນປົກກະຕິຕາມການກຳນົດ ແລະ ຄວບຄຸມຂອງພາກລັດ.
ທ່ານ ໄພທອງ ວົງລາຕີ ຫົວໜ້າຈັດຕະຫລາດໜອງຈັນໃຫ້ຮູ້ວ່າ: ໃນໄລຍະປີໃໝ່ສາກົນ ມາເຖິງງານບຸນປີໃໝ່ຊາວຈີນ ແລະ ຫວຽດນາມ ນີ້, ບັນຍາກາດການຊື້ຂາຍສິນຄ້າໃນທ້ອງຕະຫລາດມີຄວາມຄືກຄື້ນຫລາຍທຽບໃສ່ປີຜ່ານມາ ແລະ ສະເພາະຊີ້ນໝູມີການປັບຕົວສູງຂຶ້ນຈາກກິໂລໜຶ່ງ 36 ພັນມາເປັນ 45 ພັນກີບ, ເນື່ອງຈາກຄວາມຕ້ອງການຂອງຜູ້ບໍລິໂພກເພີ່ມຂຶ້ນ, ສ່ວນສິນຄ້າປະເພດອື່ນໆສ່ວນໃຫຍ່ແມ່ນຢູ່ໃນເກນປົກກະຕິ, ຊຶ່ງຜ່ານມາທາງເຈົ້າໜ້າທີ່ກ່ຽວຂ້ອງ, ໂດຍສະເພາະພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນກໍໄດ້ລົງມາກວດກາເຊິ່ງກໍພົບວ່າມີການຂຶ້ນຄາລາບາງເລັກນ້ອຍຕາມກົດເກນຕະຫລາດ, ແຕ່ແນວໃດກໍດີ ທາງເຈົ້າໜ້າທີ່ຈັດສັນພວກເຮົາກໍໄດ້ເພີ່ມທະວີໃນການຕິດຕາມ ແລະ ແນະນຳໃຫ້ຊາວຄ້າຂາຍໄດ້ເອົາໃຈໃສ່ຕິດປ້າຍລາຄາສິນຄ້າທຸກຊະນິດ, ພ້ອມກັນນັ້ນກໍໄດ້ຕິດຕັ້ງຊີງກາງເພີ່ມຈາກ 15 ຈຸດມາເປັນ 20 ຈຸດ, ເພື່ອບໍ່ໃຫ້ມີການສວຍໂອກາດ ແລະ ພ້ອມເລັ່ງຈັດສັນພຶ້ນທີ່ຄ້າຂາຍໃຫ້ມີຄວາມເປັນລະບຽບ ຮັບປະກັນໃຫ້ບັນຍາກາດການຊື້-ຂາຍຄືກຄື້ນ ແລະ ສະຫງົບ.

