ອາເຊນອລ ຕົກລົງຂາຍ ແຊມເບີເລນ ໃຫ້ກັບ ເຊລຊີ ແລ້ວ

ເຊລຊີ ບັນລຸຕົກລົງຂໍຊື້ ອະເລັກ ອ໊ອກເລດ-ແຊມເບີ ເລນ ປີກໂຕເກັ່ງຈາກ ອາເຊ ນອລ ດ້ວຍລາຄາ 35 ລ້ານ ປອນ ຮຽບຮ້ອຍແລ້ວ ຫຼັງ ລາວເອງປະຕິເສດຕໍ່ສັນຍາ ໃໝ່ກັບທີມ.
ດາວເຕະອາຍຸ 24 ປີ ເຮັດການກວດຮ່າງກາຍ ເບື້ອງຕົ້ນທີ່ສູນເຝິກຊ້ອມຂອງ ທີມຊາດອັງກິດ ໃນເຊນຈອດ ພາກ ລະຫວ່າງເກັບໂຕກຽມ ຄັດບານໂລກ ໂດຍການຂາຍ ຄັ້ງນີ້ ເບິ່ງຄືວ່າ ອາເຊນອລ ຕ້ອງຈຳໃຈຂາຍ ເນື່ອງຈາກ ອ໊ອກເລດ-ແຊມເບີເລນ ຈະ ໝົດສັນຍາໃນປີໜ້າ ແລະ ບໍ່ ມີທ່າທີ່ຈະຕໍ່ສັນຍາໃໝ່.
ນອກຈາກ ອ໊ອກເລດ- ແຊມເບີເລນ ແລ້ວ ເຊລຊີ ຈະ ເດີນໜ້າລ່າໂຕນັກເຕະ ອັງກິດ ຢ່າງ ຣອສ ບາກລີ ແລະ ແດນ ຄຣິງວໍເຕີ ກ່ອນປິດຕະຫຼາດ ເດືອນສິງຫານີ້.