ລໍວັນຖ້າຄືນສະໜາມ, ກຣີນວູດ ມີໂອກາດລົງຫລິ້ນໃຫ້ ແມນຢູ

ເມສັນ ກຣີນວູດ ກອງໜ້າທີມ ແມນເຊສເຕີ ຢູໄນເຕັດ ຍັງມີໂອກາດໄດ້ລົງຫລິ້ນໃນເສື້ອຂອງ ແມນເຊສເຕີ ຢູໄນເຕັດ ຫລັງຈາກ ເອຣິກ ເທນ ຮາກ ຜູ້ຈັດການທີມສົ່ງຊື່ດາວຍິງອາຍຸ 20 ປີ ລົງຫລິ້ນເກມ ພຣີເມຍລີກ ໃນລະດູການນີ້ນຳ.

ເຖິງຂະນະນີ້ ກຣີນວູດ ເຊິ່ງຕິດທີມຊາດອັງກິດຊຸດໃຫຍ່ມາແລ້ວຫນຶ່ງນັດ ຢູ່ໃນລະຫວ່າງໄດ້ຮັບການອະນຸຍາກຈາກເຈົ້າຫນ້າທີ່ຕຳ ຫລວດໃຫ້ປະກັນຕົວສູ້ຄະດີ ເຊິ່ງຍັງມີການສອບສວນກັນຢູ່ ຂະນະທີ່ ປະກາດງົດຈຳໜ່າຍເສື້ອເບີ 11 ຂອງລາວຜ່ານທາງເວັບ ໄຊທາງການສະໂມສອນ ເຖິງຈະຍັງມີວາງຈຳໜ່າຍໃນເວັບໄຊທົ່ວປະກໍຕາມ.

ຈົນຫລ້າສຸດເມື່ອວັນທີ 14 ກັນຍາຜ່ານມາ ມີການຢືນຢັນວ່າ ແມນເຊສເຕີ ຢູໄນເຕັດ ສົ່ງຊື່ຂອງ ກຣີນວູດ ລົງຫລິ້ນເກມ ພຣີເມຍ ລີກ ລະດູການນີ້ນຳ ໂດຍຄັ້ງສຸດທ້າຍທີ່ລາວລົງສະໜາມໃຫ້ກັບສະໂມສອນເປັນເກມ ພຣີເມຍລີກ ພົບກັບ ເວສແຮມ ເມື່ອວັນທີ 22 ມັງກັນ.

ທັງນີ້ ກຣີນວູດ ໄດ້ເລື່ອນຂຶ້ນມາຫລິ້ນໃຫ້ກັບທີມຊຸດໃຫຍ່ຂອງ ແມນຢູ ເມື່ອເດືອນມິນາ 2019 ແລະ ລົງສະຫນາມໄປແລ້ວ 129 ນັດ ພ້ອມທັງຍິງປະຕູໄດ້ 35 ໜ່ວຍ.