9 ເດືອນ ປີ 2022 ລາວບັນລຸ GDP ຕໍ່ຫົວຄົນ 1.841 ໂດລາ ຫລຸດແຜນການ 662 ໂດລາ

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2022 ດໍາເນີນໃນສະພາບການຂອງໂລກ ແລະ ພາກພື້ນ ສືບຕໍ່ຜັນແປຢ່າງສັບສົນລວມທັງສະພາບການລະບາດຂອງພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ, ຄວາມຂັດແຍ່ງດ້ານການເມືອງ ແລະ ເສດຖະກິດຂອງບາງປະເທດສົ່ງຜົນໃຫ້ປະເທດເຮົາສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ, ໃນນີ້ອັນທີ່ມີລັກສະນະສະ ເພາະຂອງປະເທດພວກເຮົາແມ່ນຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນທີ່ສະສົມມາຫຼາຍປີ. ເຖິງຢ່າງ ໃດກໍຕາມ ດ້ວຍການຊີ້ນໍາຂອງສູນກາງພັກທີ່ແທດເຖິງຕົວຈິງ ແລະ ຄວາມພະຍາຍາມຢ່າງຕັ້ງໜ້າຂອງທຸກພາກສ່ວນໃນການຈັດຕັ້ງລະບົບການເມືອງປະຊາທິປະໄຕທຸກຂັ້ນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນດໍາເນີນໄດ້ໃນລະດັບດີພໍສົມຄວນ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານສະພາບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2022 ແລະ ທິດທາງແຜນການປີ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022 ນີ້ວ່າ:  ໄລຍະ 9 ເດືອນ GDP ບັນລຸໄດ້ 4,2% ແລະ ຄາດວ່າໝົດປີຈະບັນລຸ 4,4% (ແຜນການ 4,5%). ໃນນີ້, ຂະແໜງກະສິກໍາຂະຫຍາຍຕົວ 2,9% ກວມເອົາ 17,5% ຂອງ GDP, ອຸດສາຫະກໍາ ຂະຫຍາຍຕົວ 4,4% ກວມເອົາ 34,1% ຂອງ GDP, ການບໍລິການ ຂະຫຍາຍຕົວ 4,9% ກວມເອົາ 37,1% ຂອງ GDP ແລະ ພາສີອາກອນ ຂະຫຍາຍຕົວ 4,2% ກວມເອົາ 11,3% ຂອງ GDP. ສຳລັບ GDP ຕໍ່ຫົວຄົນນັ້ນ ບັນລຸ 1.841 ໂດລາ (ແຜນການ: 2.503 ໂດລາ), GNI ຕໍ່ຫົວຄົນບັນລຸ 1.729 ໂດລາ (ແຜນ ການ: 2.358 ໂດລາ). ຂະແໜງການທີ່ປະກອບສ່ວນສໍາຄັນຕໍ່ການຂະຫຍາຍຕົວຂອງ GDP ແມ່ນການຜະລິດກະສິກໍາ, ການກໍ່ສ້າງ ແລະ ການບໍລິການຂາຍຍົກ-ຂາຍຍ່ອຍ, ການບໍລິການທີ່ຕິດພັນກັບການທ່ອງ ທ່ຽວ ແລະ ການຂົນສົ່ງ. ສິ່ງພົ້ນເດັ່ນສາມາດເກັບລາຍຮັບງົບປະມານໄດ້ 24.240 ຕື້ກີບ ບັນລຸ 76,72% ຂອງແຜນການ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 49,45%. ຂະນະທີ່ຕົວເລກ 11 ເດືອນ ເກັບລາຍຮັບໄດ້ 28.455 ຕື້ກີບ ບັນລຸ 90,06% ຂອງແຜນການ, ໃນນີ້ລາຍຮັບພາຍໃນ 26.655 ຕື້ກີບ ເທົ່າກັບ 92,03% ຂອງແຜນການ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 29%, ສ່ວນລາຍຈ່າຍປະຕິບັດໄດ້ 20.773 ຕື້ກີບ, ເທົ່າກັບ 59,88% ຂອງແຜນການ.

ທ່ານ ຄຳເຈນ ລາຍງານຕື່ມວ່າ: ການຄຸ້ມຄອງເງິນຕາດ້ວຍມາດຕະການຕ່າງໆໄດ້ເຂັ້ມງວດກວ່າເກົ່າ,ໃນ ນີ້ລວມທັງການປັບປຸງນິຕິກໍາທີ່ກ່ຽວຂ້ອງ, ການອອກພັນທະບັດ ທຫລ, ການດັດສົມຮ້ານແລກປ່ຽນເງິນຕາ ແລະ ອື່ນໆ ເຊິ່ງມາຮອດທ້າຍເດືອນກັນຍາ ປະລິມານເງິນ M2 ເພີ່ມຂຶ້ນ 39,69% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (ແຜນການ: ບໍ່ເກີນ 22%); ອັດຕາແລກປ່ຽນສະເລ່ຍ 9 ເດືອນຕົ້ນປີ 2022 ເງິນກີບທຽບເງິນໂດລາອ່ອນຄ່າ 19,44% (ແຜນການ: ±5%); ຄັງສໍາຮອງເງິນຕາຕ່າງປະເທດສາມາດກຸ້ມການ ນໍາເຂົ້າໄດ້ 3,01 ເດືອນ (ແຜນການ: ບໍ່ຫລຸດ 3 ເດືອນ); ປະເທດເຮົາສືບຕໍ່ເກີນດຸນປະມານ 911 ລ້ານ ໂດລາ, ການລົງທຶນທົ່ວສັງຄົມກໍຍັງຟົດຟື້ນດີ ສາມາດປະຕິບັດໄດ້ 46.893.35 ຕື້ກີບ ເທົ່າກັບ 106,7% ຂອງແຜນການ (43.950 ຕື້ກີບ), ການຊ່ວຍເຫລືອທາງການພັດທະນາ ປະຕິບັດໄດ້ 6.255.96 ຕື້ກີບ ເທົ່າກັບ 92,7% ຂອງແຜນການ (ແຜນການ: 7.750 ຕື້ກີບ) ແລະ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ມີທຶນນຳເຂົ້າຕົວຈິງທັງໝົດ 37.122,39 ຕື້ກີບເທົ່າກັບ 126,2% ຂອງແຜນການ (ແຜນການ: 29.420 ຕື້ກີບ)