ເຈົົ້້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບລາຍງານໃຫ້ຮູ້ວ່າ: ວັນທີ 6 ເມສາ 2023 ຜ່ານມາເຈົ້າໜ້າທີ່ວິຊາສະເພາະ ໄດ້ລົງຕິດຕາມເປົ້າໝາຍ ກຸ່ມຍິງ-ຊາຍ ຈຳນວນຫຼາຍຄົນໃນງານປາຕີ້ ແລະ ມີການມົ້ວສຸມເສບຢາເສບຕິດຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານຫ້ວຍນາງລີ້ ເມືອງທ່າແຂກ ແຂວງຄຳມ່ວນ.
ດັ່ງນັ້ນ, ຈຶ່ງໄດ້ສະແດງຕົວເຂົ້າຈັບກຸ່ມເປົ້າໝາຍໄດ້ທັງໝົດ 29 ຄົນ ຍິງ12 ຄົນ. ພ້ອມທັງສາມາດຢຶດດຂອງກາງປະເພດຢາເຄຈຳນວນ 12 ຖົງ, ກາເຟແດ້ນຈຳນວນ 10 ຊອງ, ຄໍລະເຈັ້ນຈຳນວນ 19 ຊອງ ແລະ ຢາສູບໄຟຟ້າອີກຈຳນວນໜຶ່ງ.
ເຈົ້າໜ້າທີ່ສືບສວນ-ສອບສວນ ໃຫ້ຮູ້ວ່າ : ຢາເຄຈຳນວນ 10 ຖົງ ແມ່ນເປັນຂອງທ້າວ ແປັບຊີ ພິສາວົງ ອາຍຸ 26 ປີ ປະຊາຊົນ ຢູ່ບ້ານອາມອນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ກາເຟແດ້ນຈຳນວນ 10 ຊອງ ແລະ ຄໍລະເຈັ້ນຈຳນວນ 19 ຊອງ ແມ່ນເປັນຂອງນາງ ດາດ້າ ວິລາວົງ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວວຽງຈັນ ແລະ ນາງ ນ້ຳຝົນ ແສງຈັນ ອາຍຸ 24 ປີ ປະຊາຊົນ ຢູ່ບ້ານວຽງວິໄລ ແຂວງຄຳມ່ວນ, ຢາເຄຈຳນວນ 1 ຖົງ ແມ່ນເປັນຂອງທ້າວ ປານ ສຸລິວົງ ອາຍຸ 25 ປີ ປະຊາຊົນ ຢູ່ບ້ານໂນນ ເມືອງໄຊ ແຂວງອຸດົມໄຊ ແລະ ຢາເຄຈຳນວນ 1 ຖົງແມ່ນເປັນຂອງທ້າວ ທະນາຄານ ຫານມົນຕີ ( ບິກ ) ອາຍຸ 31 ປີ ປະຊາຊົນ ຢູ່ບ້ານທາດພະນົມ ເມືອງທາດພະນົມ ແຂວງນະຄອນພະນົມ ປະເທດໄທ.
ນອກນັ້ນ, ພວກກ່ຽວຍັງຮັບສາລະພາບອີກວ່າ: ຢາເສບຕິດທີ່ພວກກ່ຽວນຳມາເສບໃນຄັ້ງນີ້ແມ່ນໄດ້ຊື້ມາຈາກກຸ່ມແກ້ງຜູ້ຮ່ວມຂະບວນການດຽວກັນ. ປັດຈຸບັນ, ທາງເຈົ້າໜ້າທີ່ກຳລັງທຳການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງ ຮ່ວມຂະບວນການດຽວກັນມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.