ເປເລ ຢືນຢັນຍັງແຂງແຮງ ຂອບໃຈທຸກກຳລັງໃຈທ່າມກາງຂ່າວອາການປ່ວຍ

ເປເລ ຕຳນານນັກເຕະທີມຊາດບຣາຊິລ ຢືນຢັນວ່າລາວຍັງແຂງແຮງ ແລະ ຂອບໃຈທຸກກຳລັງໃຈທີ່ສົ່ງມາ ທ່າມກາງຂ່າວວ່າອາການປ່ວຍຂອງລາວບໍ່ຄ່ອຍດີ.
ມີລາຍງານວ່າ ເປເລ ຖືກສົ່ງຕົວເຂົ້າຮັບການປ່ິນປົວແບບປະຄັບປະຄອງ ຫລັງຈາກການປິ່ນພະຍາດມະເລັງລຳໄສ້ດ້ວຍວິທີເຄມີບຳບັດບໍ່ໄດ້ຜົນທີ່ດີ ລວມເຖິງມີອາການຕິດເຊື້ອໃນລະບົບທາງເດີນຫາຍໃຈນຳອີກ.
ແຕ່ຫລ້າສຸດ ເປເລ ອອກຖະແຫລງການໃນອິນສະຕາແກຣມວ່າ ລາວຍັງແຂງແຮງ ແລະ ມີຄວາມຫວັງ ທ່ານກາງຂ່າວວ່າອາການປ່ວຍຊຸດລົງດັ່ງກ່າວ ພ້ອມໄດ້ເບິ່ງບຣາຊິລໃນບານໂລກ 2022 ນຳອີກ. “ ຫມູ່ຂ້ອງຂ້ອຍ ແລະ ຂ້ອຍຕ້ອງການໃຫ້ທຸກຄົນສະຫງົບ ແລະ ຄິດບວກ ຂ້ອຍແຂງແຮງ ມີຄວາມຫວັງຫລາຍ ແລະ ຕິດຕາມການປິ່ນປົວຕາມປົກກະຕິ ”.
“ ຂ້ອຍຢາກຈະຂອບໃຈທີມແພດ ແລະ ພະຍາບານທັງຫມົດສຳລັບຄວາມກະຕືລືລົ້ນທີ່ຂ້ອຍໄດ້ຮັບ ຂ້ອຍມີສັດທາຢ່າງຫລາຍໃນພະເຈົ້າ ແລະ ທຸກໆ ຂໍ້ຄວາມແຫ່ງຄວາມຮັກທີ່ຂ້ອຍໄດ້ຮັບຈາກເຈົ້າທີ່ສົ່ງໄປທົ່ວໂລກ ເຮັດໃຫ້ຂ້ອຍມີພະລັງເຕັມປ່ຽມ ແລະ ຂ້ອຍໄດ້ເບິ່ງບຣາຊິລໃນບານໂລກນຳອີກ ຂອບໃຈສຳລັບທຸກຢ່າງ ”.
ຂະນະທີ່ເຈົ້າໜ້າທີ່ທາງການແພດຂອງໂຮງຫມໍ ອັນເບີດ ໄອສະຕາຍ ກ່າວເຖິງອາການຂອງອະດີດນັກເຕະອາຍຸ 82 ປີວ່າ ເປເລ ຕອບສະໜອງຕໍ່ການປິ່ນປົວພະຍາດຕິດເຊື້ອທາງເດີນຫາຍໃຈໄດ້ດດີ ຫລັງຈາກເຂົ້າຮັບການປິ່ນປົວໃນໂຮງຫມໍ ແລະ ອາການປິ່ນປົວບໍ່ອ່ອນເພຍໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ.

