ບາເຊໂລນາ ຕັ້ງ ບັລເບເດ ຄຸມທີມ 2 ປີ

ສະໂມສອນ ບາເຊໂລນາ ປະກາດແຕ່ງຕັ້ງ ເອເນສໂຕ ບັລ ເບເດ ເປັນຜູ້ຈັດການທີມຄົນໃໝ່ ແທນທີ່ ຫຼຸຍ ເອັນຣິເກ ທີ່ອຳລາທີມ ຫຼັງຄຸມທີມ ບາເຊໂລນາ ຄວ້າ ແຊ໊ມ ໂກປາ ເດລເຣ ສະເປນ.
ບັລເບເດ ໄດ້ລາອອກຈາກ ການຄຸມທີມ ແອັດເລຕິໂກ ບິນ ເບົາ ໃນອາທິດຜ່ານມາ ກ່ອນໄດ້ ຮັບການແຕ່ງຕັ້ງໃຫ້ເປັນຜູ້ຈັດ ການທີມຄົນໃໝ່ຂອງ ບາເຊໂລ ນາ ໃນວັນຈັນທີ 29 ພຶດສະພາ ເຊັນສັນຍາກັນໄລຍະເວລາ 2 ປີ.
ດ້ານ ໂຈເຊບ ມາເຣຍ ບາ ໂຕເມວ ປະທານສະໂມສອນ ບາ ເຊໂລນາ ກ່າວເຖິງການແຕ່ງຕັງ ບັລເບເດ ວ່າ: “ບັລເບເດ ມີ ຄວາມສາມາດທາງດ້ານການ ຈັດການທີມ, ມີຄວາມຮູ້ເລື່ອງ ບານເຕະ ແລະ ມີປະສົບການ. ສະໄໝເປັນນັກເຕະລາວເຝິກຊ້ອມບານເຕະກັບທີມເຍົາວະຊົນຂອງ ບາເຊໂລນາ ກ່ອນໄດ້ເລື່ອນຂຶ້ນ ມາຫຼິ້ນກັບທີມຊຸດໃຫຍ່ ເຮັດໃຫ້ ລາວຮູ້ແນວທາງຂອງ ບາເຊໂລ ນາ ເປັນຢ່າງດີ”.
ບັລເບເດ ຖືເປັນຜູ້ຈດການ ທີມຄົນທີ 56 ໃນປະຫວັດສາດ ຂອງທີມ ບາເຊໂລນາ ສະໄໝ ເປັນນັກເຕະລາວເຄີຍລົງຫຼິ້ນໃຫ້ ກັບ ບາເຊໂລນາ ໃນສະໄໝ ໂຢ ຮັນ ຄຣັຟ ເປັນຜູ້ຈັດການທີມ ເຊິ່ງ ສາມາດຄວ້າແຊ໊ມຄັບ ວິນເນີ ຄັບ (1989) ກັບ ໂກປາເດລເຣ (1990) ມາຄອງໄດ້ສຳເລັດ.
ທັງນີ້ ບັລເບເດ ຍັງເຄີຍຄຸມ ສະໂມສອນຢ່າງ ບາເລນເຊຍ, ເອສປັນຢອນ ແລະ ໂອລິມເປຍ ກອສ ນຳອີກ.

