ວັນທີ 29 ພະຈິກ 2022 ຜ່ານມາ ແຂວງສາລະວັນປະກາດເມືອງຕຸ້ມລານ ເປັນເມືອງສາມັກຄີປອງດອງ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ທອງໃສ ເພັດລາສີ ເຈົ້າເມືອງຕຸ້ມລານ ຊຶ່ງມີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ພັກ-ພະນັກງານ, ມີທ່ານ ຄຳຕາ ໂຮ່ຊົງເລືອງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສີເຮັ່ງ ວົງເພຍແກ້ວ ປະທານແນວລາວສ້າງຊາດເມືອງ ກ່າວວ່າ: ເມືອງຕຸ້ມລານເປັນເມືອງໜຶ່ງນອນຢູ່ໃນ 8 ຕົວເມືອງຂອງແຂວງສາລະວັນ, ມີເນື້ອທີ່ທັງໝົດ 83.152 ຮຕ, ປະກອບມີ 37 ບ້ານ, ມີ 6.442 ຄອບຄົວ ແລະ ມີພົນລະເມືອງທັງໝົດ 32.593 ຄົນ ຍິງ 15.880 ຄົນ, ມີ 4.169 ຫຼັງຄາເຮືອນ, ມີ 6.442 ຄອບຄົວ, ມີ 3 ຊົນເຜົ່າດຳລົງຊິວິດຢູ່ຮ່ວມກັນ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດນາ, ລ້ຽງສັດ, ຕໍ່າແຜ່ນແພ, ປະຊາຊົນມູນເຊື້ອຮັກຊາດ, ຮັກບ້ານເກີດເມືອງນອນ, ມີຄວາມດຸໝັ້ນສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ, ມີຮີດຄອງປະເພນີທີ່ເປັນເອກະລັກມາແຕ່ດົນນານ.
ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງແມ່ນໜຶ່ງໃນມາດຖານຂອງຄອບຄົວ ແລະ ບ້ານພັດທະນາຂອງລັດຖະບານທີ່ລະບຸໄວ້ໃນດຳລັດ 348/ລບ, ວ່າດ້ວຍມາດ ຖານພົ້ນທຸກ ແລະ ມາດຖານພັດທະນາ.
ການຈັດຕັ້ງປະຕິບັດໃນການສ້າງຄອບຄົວ, ສ້າງບ້ານສາມັກຄີປອງດອງ ແລະ ການປະເມີນຜົນຕາມ 5 ຂັ້ນຕອນ, 4 ມາດຖານຂອງການສ້າງຄອບຄົວ ແລະ 5 ມາດຖານຂອງບ້ານສາມັກຄີປອງດອງນັບແຕ່ປີ 2017-2022 ເຫັນວ່າມີຜົນສຳເລັດເປັນຢ່າງດີ, ສາມາດປະກາດ 37 ບ້ານໃນທົ່ວເມືອງເປັນບ້ານສາມັກຄີປອງດອງໄດ້ 100%. ຜົນສຳເລັດດັ່ງກ່າວແມ່ນຍ້ອນການຊີ້ນຳ-ນຳພາຂອງການນຳທຸກຂັ້ນ, ຍ້ອນປະຊາຊົນໃຫ້ການຮ່ວມມື, ໂດຍມີການຈັດຕັ້ງຜັນຂະຫຍາຍບັນດານິຕິກຳຕ່າງໆຂອງພັກ-ລັດ ລົງສູ່ຮາກຖານບ້ານໄດ້ຢ່າງທົ່ວເຖິງ, ມີການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນເອກະພາບຂອງປະຊາຊົນບັນດາເຜົ່າ, ປຸກລະດົມກຳລັງແຮງຂອງທົ່ວປວງຊົນເຂົ້າຮ່ວມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມເພື່ອແກ້ໄຂຄວາມທຸກຍາກໂດຍເລີ່ມຈາກບຸກຄົນ, ຄອບຄົວ ແລະ ບ້ານເປັນປັດໄຈສຳຄັນໃນການສ້າງສະຖຽນລະພາບ, ຄວາມສະຫງົບ ແລະ ຄວາມເຂັ້ມແຂງຂອງບ້ານ.
ດັ່ງນັ້ນ, ເມືອງຕຸ້ມລານຈຶ່ງສາມາດປະກາດເປັນເມືອງສາມັກຄີປອງດອງຢ່າງເປັນທາງການ, ໃຫ້ກຽດກ່າວມອບໂດຍທ່ານນາງ ບຸນທະວີ ດວງລາສີ ແລະ ກ່າວຮັບໂດຍແມ່ນ ທ່ານ ທອງໃສ ເພັດລາສີ, ຈາກນັ້ນບັນດາຄະນະປະທານໄດ້ເຂົ້າຮ່ວມເປີດປ້າຍເມືອງສາມັກຄີປອງດອງພ້ອມລັ່ນຄ້ອງ 9 ບາດເພື່ອເປັນສີລິມຸງຄຸນຕື່ມອີກ.