ລາວ-ຈີນ ກຽມສ້າງສູນຄົ້ນຄວ້າຢາງພາລາ ແລະ ພືດກະສິກຳລາວ

ພິທີລົງນາມສັນຍາໂຄງການຮ່ວມມືສ້າງສູນຄົ້ນຄວ້າຢາງພາລາລາວ, ໄດ້ມີຂຶ້ນໃນວັນທີ 15 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ, ລະຫວ່າງທ່ານ ຄຳພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ລີ ສືຈຸ່ນ ຜູ້ຊ່ວຍອຳນວຍການໃຫຍ່ ກຸ່ມບໍລິສັດພັດທະນາກະສິກຳ ຢຸນນານ, ທັງເປັນປະທານບໍລິສັດ ການລົງທຶນ ຢາງພາລາຢຸນນານ ຈຳກັດ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂຄງການດັ່ງກ່າວ ຈະຖືກແບ່ງອອກເປັນ 2 ໄລຍະຄື: ໄລຍະທຳອິດ, ເລີ່ມແຕ່ປີ 2018-2020 ເປັນໄລຍະກໍ່ສ້າງຕຶກອາຄານ ແລະ ກໍ່ສ້າງພະນັກງານວິຊາການລາວ ແລະ ໄລຍະ 2 ເລີ່ມແຕ່ປີ 2021-2051 ເປັນໄລຍະການຮ່ວມມືດ້ານວິຊາການ, ຊຶ່ງເປົ້າໝາຍຂອງໂຄງການກໍເພື່ອເປັນການປະຕິບັດນະໂຍບາຍລວມຂອງລັດຖະບານ ໃນການຍາດແຍ່ງການຊ່ວຍເຫລືອ, ການຮ່ວມມືທາງດ້ານເຕັກນິກວິຊາການ ເພື່ອພັດທະນາຢາງພາລາ ແລະ ພືດກະສິກຳລາວ-ຈີນ ທີ່ໄດ້ມອບໃຫ້ບໍລິສັດ ຢາງພາລາ ຢຸນນານລາວ ຈຳກັດ ເຮັດໜ້າທີ່ຊຸກຍູ້ສະໜັບສະໜູນການລົງທຶນສຳລັບການກໍ່ສ້າງພື້ນຖານໂຄງລ່າງ, ການສ້າງບຸກຄະລາກອນ, ວິຊາການ ເພື່ອການວິໄຈຄຸນນະພາບ ແລະ ກຳນົດມາດຕະ ຖານຢາງພາລາ ແລະ ພືດກະສິກຳລາວ, ການບໍລິການຢັ້ງຢືນສິນຄ້າຢາງພາລາລາວ ຕາມມາດຖານສາກົນ ແລະ ເປັນທີ່ຍອມຮັບຈາກອົງການ ການຄ້າໂລກ.
ໂຄງການຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກຳລາວ ແມ່ນໂຄງການຮ່ວມມືດ້ານວິຊາການ, ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະກອບສ່ວນທີ່ດິນ ຫລາຍກວ່າ 20.000 ຕາແມັດ, ຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ເພື່ອເປັນບ່ອນປຸກສ້າງອາຄານ 5 ຫລັງ, ປະກອບມີ: ຫ້ອງການ ແລະ ຫ້ອງຝຶກອົບຮົມ 1 ຫລັງ, ອາຄານຫ້ອງທົດລອງ 2 ຫລັງ ແລະ ອາຄານຫໍພັກ 2 ຫລັງ, ສ່ວນຝ່າຍຈີນ ໄດ້ປະກອບສ່ວນເປັນເງິນ ຈຳນວນ 10 ລ້ານໂດລາສະຫະລັດ ແລະ ອຸປະກອນຕ່າງໆ ເພື່ອນຳໃຊ້ເຂົ້າໃນການດຳເນີນການກໍ່ສ້າງອາຄານດັ່ງກ່າວ.
