ແຟນບານໂມຣ໋ອກໂກຢືນເຊຍບານກາງດົງແຟນບານເຊເນກັລ (ມີຄິບ)

ການແຂ່ງຂັນບານໂລກ 2022 ຢູ່ກາຕ້າ ມື້ວານນີ້ຂອງກຸ່ມ A ລະຫວ່າງ ເຊເນກັລ ທີ່ສາມາດເອົາຊະນະ ເອກວາດໍ ໄປໄດ້ດ້ວຍຄະແນນ 2-1 ແລະ ສາມາດເຂົ້າຮອບ 16 ທີມໄດ້ສໍາເລັດ
.
ໃນນັ້ນເກີດມີວີດີໂອທີ່ເປັນໄວຣັລຂຶ້ນມາ ຫລັງຈາກທີ່ກ້ອງໄດ້ຢຸດຢູ່ແຟນບານທີມໂມຣ໋ອກໂກຄົນໜຶ່ງທີ່ໄປເບິ່ງການແຂ່ງຂັນທ່າມກາງແຟນບານເຊເນກັລ ແລະ ຈັງຫວະທີ່ແຟນບານເຊເນກັລຢືນເຕັ້ນເຊຍເປັນຈັງຫວະ ແຟນບານໂມຣ໋ອກໂກກໍລຸກຂຶ້ນເຕັ້ນນໍາ
.
ຫລັງຈາກຈົບເກມ ວິດີໂອນີ້ໄດ້ກາຍເປັນໄວຣັລທີ່ເຮັດໃຫ້ຫລາຍຄົນຮູ້ສຶກເຖິງຄວາມໜ້າຮັກຂອງແຟນບານທັງສອງຊາດ
.
ເບິ່ງວິດີໂອໄດ້ທີ່ https://twitter.com/beinsports_FR/status/1597632635131809793

