ຂຶ້ນພູຜາດ່າງ ສຳຜັດບັນຍາກາດຂອງທຳມະຊາດ

ພູຜາດ່າງ ເປັນຈອມພູໜຶ່ງທີ່ສູງທີ່ສຸດໃນບັນດາຈອມພູເຂົາຄວາຍ ເຊິ່ງຊາວບ້ານແຖບນັ້ນເອີ້ນພູຊ້າງ ຂຶ້ນກັບເມືອງທຸລະຄົມ ແຂວງວຽງຈັນ ຫ່າງຈາກນະຄອນຫລວງປະມານ 90​ ກວ່າກິໂລແມັດ ເຊິ່ງຍັງບໍ່ທັນແມ່ນແຫລ່ງທ່ອງທ່ຽວເທື່ອ.

ເລີ່ມຈາກນະຄອນຫລວງ ເວລາ 8 ໂມງປາຍ ດ້ວຍລົດ ຫົກລໍ້ ຜ່ານທ່າງ່ອນ, ໄປລ້ຽວຂວາຢູ່ບ້ານນາແພງ ເມືອງທຸລະຄົມ ແຂວງວຽງຈັນ ແລະ ເລີ່ມຂຶ້ນຕາມພູ ດ້ວຍທາງປູຢາງ ເມື່ອກາຍອ່າງນໍ້າປາ ສວນນໍ້າພູເຂົາຄວາຍ ກໍຈະພົບທາງດິນແດງ ສະພາບເປັນທາງບຸກເບີກ ທີ່ເຕັມໄປດ້ວຍຂຸມ ແລະ ຫີນ, ກາຍຜ່ານເຂື່ອນນໍ້າມັງຮອດບ້ານວັງເຮືອ ກໍພໍດີຄ້າຍແລງ.

ເດີນທາງອອກຈາກບ້ານວັງເຮືອອີກ 2 ຊົ່ວໂມງ ໃນສະພາບທາງບຸກເບີກໃໝ່ ແລະ ໄປຕັ້ງແຄ້ມຢູ່ຕີນພູກອງເຂົ້າ, ຂາດສັນຍານໂທລະສັບ ບວກສະພາບທີ່ໜາວເຢັນ 10 ອົງສາ.

ເວລາ 6 ໂມງເຊົ້າພວກເຮົາອອກເດີນທາງດ້ວຍການຍ່າງຈາກຕີນພູກອງເຂົ້າສູ່ພູຜາດ່າງ ຜ່ານດົງໄມ້ແປກ ແລະ ປ່າປະສົມ ໂດຍໃຊ້ເວລາຍ່າງ 4 ຊົ່ວໂມງປາຍ (ບວກກັບການນັ່ງພັກ) ຮອດຈຸດໝາຍປາຍທາງ ເວລາ 10 ໂມງປາຍ.

ສະພາບພູບໍ່ມີຕົ້ນໄມ້ໃຫຍ່ ມີແຕ່ປ່າຫຍ້າຄາ, ແສງແດດອ່ອນໆ ແລະສາຍລົມທີ່ເຢັນສະບາຍ.

ການເດີນທາງນອກຈາກຈະເປັນລົດຫົກລໍ້ທະຫານແລ້ວຍັງສາມາດໃຊ້ລົດ ຊິ້ງ ແລະ ລົດຈັກໄດ້ ແຕ່ຕ້ອງແມ່ນຜູ້ຊຳນານໃນການຂັບຂີ່ທີ່ສຸດ.