ແຟນບານ ເບລຢຽມ ອາລະວາດໜັກ ຫລັງທີມຊາດໃກ້ຕົກຮອບບານໂລກ

ແຟນບານ ເບລຢຽມ ຄຸມອາລົມບໍ່ຢູ່ກໍ່ເຫດໃນນະຄອນຫລວງຣັສເຊລ ຫລັງທີມຊາດເບລຢຽມ ເສຍໃຫ້ ໂມຣ໊ອກໂກ ໄປ 0-2 ໂອກາດຕົກຮອບບານໂລກ 2022 ມີສູງ.

ເບລຢຽມ ມີ 3 ຄະແນນຈາກການລົງສະໜາມສອງນັດ ນັດສຸດທ້າຍຕ້ອງພົບກັບວຽກໜັກຢ່າງ ໂຄຣເອເຊຍ ໂດຍຫລັງເສຍໃຫ້ ໂມຣ໊ອກໂກ ແຟນບານ ເບລຢຽມໃນນະຄອນຫລວງຣັສເຊລ ທີ່ຜິດຫວັງກັບຜົນການແຂ່ງຂັນອອກມາອາລະວາດ ທຳລາຍເຄື່ອງຂອງ ແລະ ທຸບຕີແວ່ນລົດຈົນເສຍຫາຍ ໄປຫລາຍຄັນກ່ອນເຈົ້າໜ້າທີ່ຕຳຫລວດກວ່າ 1000 ຄົນ ຕ້ອງອອກມາລະງັບເຫດດ້ວຍແກສນຳ້ຕາ.

ນອກຈາກນີ້ ຍັງມີແຟນບານກວ່າ 50 ຄົນ ບຸກເຂົ້າໄປກໍ່ເຫດທີ່ສະຖານີຕຳຫລວດ ລີເອສ ໃນໄລຍະເຂົ້າຫລັງເກມການແຂ່ງຂັນນຳອີກ.