ເປແອສເຊ ຂໍຮ່ວມວົງເປີດເສິກຍາດ ຈູດ ເບລລິງແຮມ ເສີມກາງ

ສື່ລາຍງານວ່າ ປາຣີສ ແຊັງ ແຊັກແມັງ ເປັນສະໂມສອນຫລ້າສຸດທີ່ສະແດງຄວາມສົນໃຈຄວ້າຕົວ ຈູດ ເບລ ລິງແຮມ ກອງກາງອະນາຄົດໄກຂອງ ໂບຣຸສເຊຍ ດອດມຸນ ມາຮ່ວມທີມໃນຕະຫລາດລະດູການນີ້.
ສຳລັບ ເບລລິງແຮມ ຖືເປັນຫນຶ່ງໃນນັກເຕະທີ່ສະເໜ່ຫອມທີ່ສຸດຂອງທະວີບຢູໂຣບໃນຂະນະນີ້ຫລັງນັກເຕະສ້າງຜົນງານໄດ້ຢ່າງໂດດເດັ່ນທັງ ໂບຣຸສເຊຍ ດອດມຸນ ລວມເຖິງທີມຊາດອັງກິດ.
ດ້ວຍຜົນງານທີ່ເກີດຂຶ້ນເຮັດໃຫ້ໃຫ້ມີຂ່າວວ່າຫລາຍສະໂມສອນດັງບໍ່ຈະເປັນ ລີເວີພູລ, ແມນເຊສເຕີ ຊິຕີ, ແມນເຊສເຕີ ຢູໄນເຕັດ ແລະ ຣຽວ ມາດຣິດ ຕ່າງກໍໃຫ້ຄວາມສົນໃຈເຊັນສັນຍາກັບນັກເຕະອາຍຸ 19 ປີລາຍນີ້ໄປເສີມທີມໃນຕະຫລາດຫນ້າຮ້ອນທີ່ພວມຈະມາເຖິງ ຂະນະທີ່ ດອດມຸນ ກໍຫວັງໃຫ້ ເບລລິງແຮມ ຢູ່ກັບທີມຕໍ່ໄປອີກຢ່າງຫນ້ອຍຫນຶ່ງລະດູການ.
ແນວໃດກໍຕາມຫລ້າສຸດ ຈານລູກາ ດິ ມາຊີໂອ ນັກຂ່າວຊາວອິຕາລີລະບຸວ່າ : ເປແອສເຊ ຄືສະໂມສອນຫລ້າສຸດທີ່ຕ້ອງການຄວ້າ ເບລິງແຮມ ໄປຮ່ວມທີມ ໂດຍພວກເຂົາຍົກໃຫ້ດາວເຕະລາຍນີ້ເປັນເປົ້າຫມາຍຫລັກໃນການເສີມທີມສຳລັບຕະຫລາດລະດູການ 2023.
ຂະນະທີ່ ຣູ ນັກຣິກເທນ ສື່ທ້ອງຖິ່ນຂອງເມືອງ ດອດມຸນ ລະບຸວ່າ ກອງກາງທີມຊາດອັງກິດກຽມຕັດສິນໃຈເລື່ອງອະນາຄົດຂອງຕົວເອງໃນໄວໆນີ້.
ທັງນີ້ ເບລລິງແຮມ ເຊິ່ງຄາດວ່າຈະມີຄ່າຕົວບໍ່ຕຳ່ກວ່າ 100 ລ້ານປອນ ຍິງໄປແລ້ວ 20 ປະຕູກັບ 26 ແອສຊິສ ຈາກການລົງສະໜາມ 126 ເກມທຸກລາຍການໃຫ້ກັບ ດອດມຸນ.

