ໃຈສັ່ນແມ່ນຫຍັງ ?

- ໃຈສັ່ນແມ່ນຄວາມຮູ້ສຶກທີ່ຫົວໃຈເຕັ້ນບໍ່ສະໝໍ່າສະເໝີ ບໍ່ວ່າຈະຊ້າ ຫລື ໄວ, ກະຕຸກ ຫລື ສະດຸດ ຜົນຂອງໃຈສັ່ນເປັນໄດ້ຕັ້ງແຕ່ມີອາການລຳຄານ, ເມື່ອຍງ່າຍ, ອຳມະພາດ ໄປຈົນເຖິງເສຍຊີວິດກະທັນຫັນ. ອາການໃຈສັ່ນພົບໄດ້ຫລາຍ ໂດຍສະເພາະໃນຄົນປ່ວຍພະຍາດຫົວໃຈ. ອາການໃຈສັ່ນອາດພົບຮ່ວມກັບອາການອື່ນໆ ເຊັ່ນ : ເຈັບໜ້າເອິກ, ເມື່ອຍງ່າຍ, ວິນຫົວ ຫລື ເປັນວິນໝົດສະຕິ ເປັນຕົ້ນ.
- ການເຕັ້ນຂອງຫົວໃຈໃນສະພາບປົກກະຕິ : ຫົວໃຈເຕັ້ນໄດ້ໂດຍອັດຕະໂນມັດ ໂດຍປົກກະຕິແລ້ວຫົວໃຈຫ້ອງເທິງຈະເລີ່ມເຕັ້ນກ່ອນ ແລ້ວຈຶ່ງສົ່ງກະແສໄຟຟ້າໄປກະຕຸ້ນຫົວໃຈຫ້ອງລຸ່ມ, ອັດຕາການເຕັ້ນຂອງຫົວໃຈຂຶ້ນກັບສະພາບຮ່າງກາຍ ແລະ ກິດຈະກຳທີ່ເຮັດ ເຊັ່ນ : ເວລານອນຫລັບ ຫົວໃຈຈະເຕັ້ນຊ້າກ່ວາເວລາທີ່ອອກກຳລັງກາຍ ຫລື ອາການໄຂ້ສູງ ຫົວໃຈຈະເຕັ້ນໄວຂຶ້ນ. ການເຕັ້ນຂອງຫົວໃຈໃນສະພາບປົກກະຕິຈະຢູ່ໃນໄລຍະ 50 – 100 ຄັ້ງຕໍ່ນາທີ.

